ທົ່ວປະເທດມີເຂື່ອນໄຟຟ້າທັງໝົດ 78 ແຫ່ງໃນນີ້ 8 ແຫ່ງທີ່ລັດຄຸ້ມຄອງ 100%

ໜັງສືພິມວຽງຈັນທາຍ ລາຍງານວ່າ ລັດວິສາຫະກິດໄຟຟ້າລາວ (ລຟລ) ໃຫ້ຮູ້ວ່າ ໄຟຟ້າທີ່ສະໜອງ ໃຫ້ສັງຄົມໃນຂອບເຂດທົ່ວປະເທດ ແມ່ນມາຈາກແຫຼ່ງຜະລິດ ໄຟຟ້າທັງຫມົດ 87 ແຫ່ງ (78 ແຫ່ງແມ່ນຢູ່ພາຍໃນປະເທດ ແລະ 9 ແຫ່ງ ຈາກປະເທດເພື່ອນບ້ານ) ແລະ ໃນ 78 ແຫ່ງຢູ່ພາຍໃນປະເທດນີ້ ມີພຽງ 8 ແຫ່ງເທົ່ານັ້ນ ທີ່ ລັດຖະບານ ຫຼື ລຟລ ຄຸ້ມຄອງ 100 % ສ່ວນໃຫຍ່ເປັນການລົງທຶນຂອງນັກລົງທຶນ ພາຍໃນ ແລະ ຕ່າງປະເທດ, ດັ່ງນັ້ນ ລຟລ ຕ້ອງຊື້ໄຟຈາກແຫຼ່ງຜະລິດຕ່າງໆຫຼາຍກວ່າ 90%. ຖ້າປີໃດເກີດໄພແຫ້ງແລ້ງ, ເຂື່ອນພາຍໃນປະເທດບໍ່ສາມາດຜະລິດໄຟຟ້າໄດ້ພຽງພໍ ຈຶ່ງຕ້ອງໄດ້ຊື້ໄຟຟ້າຈາກຕ່າງປະເທດທີ່ມີລາຄາແພງ.

ຮຽບຮຽງຂ່າວ: ພຸດສະດີ