ທົ່ວປະເທດມີຜູ້ປ່ວຍໄຂ້ຍຸງສະສົມ 900 ຄົນ! ນວ ພົບຜູ້ເສຍຊີວິດ 1 ຄົນ

ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 27 ເມສາ 2020ວ່າ ການລະບາດຂອງພະ­ຍາດ​ໄຂ້­ຍຸງ​ລາຍໃນ ສປປ ລາວ ຍັງເປັນບັນຫາທີ່ບໍ່ຄວນນິ້ງນອນໃຈ ເນື່ອງຈາກປັດຈຸບັນພົບຜູ້ປ່ວຍໄຂ້ຍຸງລາຍ 904 ຄົນ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແມ່ນ​ພົບ 1 ກໍ­ລະ­ນີ​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ໄຂ້­ຍຸງ​ລາຍແລ້ວ.

ອີງຕາມການລາຍງານຂອງກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ໃນວັນທີ 27 ເມສາ 2020 ວ່າ: ນັບແຕ່ວັນທີ 28 ທັນວາ 2019 ຫາ 24 ເມສາ 2020 ທົ່ວປະເທດໄດ້ມີກໍລະນີສະສົມພະຍາດໄຂ້ຍຸງລາຍທັງໝົດ 904 ກໍລະນີ ແລະ ເສຍຊີວິດ 1 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 283 ກໍລະນີ, ເສຍຊີດ 1 ຄົນ; ອັດຕະປື 153 ກໍລະນີ; ວຽງຈັນ 105 ກໍລະນີ; ສາລະວັນ 62 ກໍລະນີ; ຄຳມ່ວນ 62 ກໍລະນີ; ບໍລິຄຳໄຊ 55 ກໍລະນີ; ສະຫວັນນະເຂດ 48 ກໍລະນີ; ໄຊຍະບູລີ 37 ກໍລະນີ; ເຊກອງ 27 ກໍລະນີ; ຫຼວງນໍ້າທາ 37 ກໍລະນີ; ອຸດົມໄຊ 21 ກໍລະນີ; ຈຳປາສັກ 6 ກໍລະນີ; ຜົ້ງສາລີ 5 ກໍລະນີ; ຫຼວງພະບາງ 3 ກໍລະນີ; ຊຽງຂວາງ ໄຊສົມບູນ ບໍ່ແກ້ວ ຫົວພັນ ຍັງບໍ່ມີກໍລະນີ.

ເພື່ອເປັນການປ້ອງກັນການແຜ່ລະບາດແຕ່ຫົວທີ ແລະ ຕັດວົງຈອນໜອນນໍ້າຍຸງລາຍ ທຸກຄົນຄວນຮ່ວມມືກັນຈັດຕັ້ງປະຕິບັດຫຼັກການ 5 ປ ເປັນປະຈຳທຸກໆອາທິດ ໂດຍສະເພາະໄລຍະນີ້ ເປັນໄລຍະທີ່ທຸກຄົນແມ່ນຢູ່ໃນໄລຍະພ້ອມກັນຢູ່ເຮືອນເພື່ອຕ້ານການແຜ່ລະບາດຂອງພະຍາດ Covid-19 ສະນັ້ນ ຈຶ່ງຂໍໃຫ້ທຸກຄົນຖືເອົາໄລຍະທີ່ຢູ່ບ້ານເຮືອນເຮັດຄວາມສະອາດເຮືອນຊານ ແລະ ເກັບມ້ຽນພາຊະນະຕ່າງໆທີ່ສຸ່ມສ່ຽງກໍ່ໃຫ້ຍຸງມາໄຂ່ໃສ່ ເພື່ອຕັດວົງຈອນໜອນນໍ້າຍຸງລາຍ.

 

ຮຽບຮຽງຂ່າວ: ພຸດສະດີ