ທົ່ງໄຫຫີນ ມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ

ທົ່ງໄຫຫີນ ໜຶ່ງໃນສະຖານທີ່ປະຫວັດສາດຂອງແຂວງຊຽງຂວາງ ມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຕໍ່ຈາກນະຄອນຫຼວງພຣະບາງ ແລະ ວັດພູຈຳປາສັກ.

ອີງຕາມການເປີດເຜີຍຂອງກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ ທົ່ງໄຫຫີນຈະຖືກປະກາດ ເປັນມໍລະດົກໂລກຢ່າງເປັນທາງການໃນກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 43 ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 30 ມິຖຸນາ ຫາ ວັນທີ 7 ກໍລະກົດ 2019 ທີ່ ປະເທດອາແຊັກບາຍຊານ.

ໃນໄລຍະຜ່ານມາ ທົ່ງໄຫຫີນໄດ້ມີການດຳເນີນການສຳຫຼວດທັງໝົດ 5 ໄລຍະຄື ເລີ່ມແຕ່ປີ 1998-2000 ປີ 2000-2002 ປີ 2002-2005 ປີ 2006-2010 ແລະ ໄລຍະສຸດທ້າຍແມ່ນປີ 2015.

 

ໂດຍ: ສະຫະລັດ ວອນທິວົງໄຊ