ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan

ໃນເດືອນມີນາ, ປີ 2019, ທີ່ນະຄອນຫຼວງວຽງຈັນ. ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”), ໄດ້ເປັນຕົວແທນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງ ບໍລິສັດ ຕັນຈົງມໍເຕີໂຫດດີງສ໌ ເບີຫັດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd ບໍລິສັດໄດ້ດຳເນີນກິດຈະການໃນລາວມາໄດ້ຫຼາຍປີ ແລະ ໄດ້ຈັດກິດຈະກຳຕ່າງໆ ເຊັ່ນການທົດລອງການຂັບທີ່ດີທີ່ສຸດເພື່ອລູກຄ້າຂອງນິສສັນ Nissan ແລະ ຜູ້ສົນໃຈທົ່ວໄປ.

ເມື່ອວັນທີ 16 -17 ເດືອນມີນາ ປີ 2019 ທີ່ຜ່ານມາເວລາ 9:00 – 6:00 ໂມງ. ທາງບໍລິສັດໄດ້ຈັດງານທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດລາວ ຈຸດປະສົງຂອງການຈັດງານກໍ່ຄືການໃຫ້ລູກຄ້າ ແລະ ຜູ້ສົນໃຈໄດ້ເຂົ້າມາທົດລອງຂັບ ຊື່ງງານໄດ້ຈັດຂື້ນເປັນເວລາສອງວັນ. ການຈັດງານບໍ່ພຽງແຕ່ສະແດງໃຫ້ເຫັນເຖີງຄວາມເຂັ້ມແຂງຂອງການຂະຫຍາຍຕົວທາງດ້ານການຄ້າ ແລະ ຄວາມຫຼາກຫຼາຍຂອງປະເພດລົດຍົນທີ່ທາງບໍລິສັດໄດ້ຜະລິດອອກມາຈໍາໜ່າຍບໍ່ວ່າຈະເປັນ ນິສສັນ ເທີຣາ Nissan TERRA, ນິສສັນ ນາວາຣາ Nissan NAVARA, ນິສສັນ ນາວາລາ ພຣີມຽ້ມ ພລັສ Nissan NAVARA Premium Plus ແລະ ນິສສັນ ເອັກຊ໌ ເທຣັລ Nissan New X-TRAIL ທີ່ພ້ອມຈະພາທ່ານໄປສູ່ຄວາມທ້າທ້າຍທີ່ຫຼາກຫຼາຍ.

ທ່ານ ລີມ ຊີ ຄຽງ ປະທານບໍລິສັດ ຕັນຈົງມໍເຕີລາວໄດ້ກ່າວວ່າ “ຖ້າທ່ານຕ້ອງການສຳຜັດກັບລົດຍົນຢ່າງຈິງຈັງທ່ານຕ້ອງໃຊ້ເວລາ. ທ່ານຕ້ອງພິສູດໃຫ້ຮູ້ວ່າທ່ານມີຄວາມຮູ້ສືກຢ່າງໃດໃນເວລາຂັບ, ບໍ່ວ່າຈະເປັນຮູບລັກຂອງລົດຍົນ, ແລະ ຄວາມເໝາະສົົມກັບຮູບແບບການດຳລົງຊີວິດຂອງທ່ານ. ທ່ານຕ້ອງໃຊ້ເວລາເພື່ອໃຫ້ໝັ້ນໃຈວ່າທ່ານໄດ້ຕັດສີນໃຈຖືກຕ້ອງ ແລະ ຢູ່ໃນອຸດົມຄະຕິການນຳໃຊ້ຂອງທ່ານ, ຊື່ງທາງບໍລິສັດຕັນຈົງມໍເຕີຈື່ງໄດ້ສະເໜີຂໍ້ຄິດນີ້ຂື້ນມາເພື່ອໃຫ້ໄດ້ຮຽນຮູ້ໃນສະຖານະການຊີວິດຈີງ”

ໃນງານໄດ້ເປີດໃຫ້ມວນຊົນ ແລະ ລູກຄ້າຂອງນິສສັນ Nissan ທີ່ເຂົ້າມາຮ່ວມງານໄດ້ຮັບປະສົບການທົດລອງຂັບຂື້ນລົງເທີງຖະໜົນທີ່ຮາບຊັນ ແລະ ສີ່ງກິດຂວາງອື່ນໆ ທີ່ທາງທີມງານຂອງບໍລິສັດໄດ້ສ້າງຂື້ນເພື່ອໃຫ້ລູກຄ້າໄດ້ທົດລອງຂັບ.

ໃນຊ່ວງເທດສະການການທົດລອງຂັບ, ລູກຄ້າ ແລະ ປະຊາຊົນຜູ້ທີ່ມີຄວາມສົນໃຈໄດ້ມີໂອກາດສໍາຫຼວດເຕັກໂນໂລຢີການຂັບເຄື່ອນອັນຊານສະຫຼາດຂອງລົດນິສສັນ Nissan ເຊັ່ນ:

  • ການເປີດປະຕູຫຼັງດ້ວຍການຈັບສຳຜັດຈາກຕີນ Auto Tail Gate.
  • ລະບົບເຕືອນໃຫ້ຂັບຢູ່ໃນເລນ Lane Warning Departure Warning (LDW).
  • ກ້ອງອັດສະລິຍະຈັບພາບຮອບທິດທາງ Intelligent Around View Monitor (i-AVM).
  • ການກວດຈັບວັດຖຸເຄື່ອນທີ່ (MOD), ລະບົບການເຕືອນຈຸດບອດ (BSW).
  • ລະບົບເບາະພັບອັດຕະໂນມັດທີ່ສາມາດສັ່ງການໄດ້ຈາກຕຳແໜ່ງຜູ້ຂັບ ‘1-Touch Remote Fold and Tumble Seat’.
  • ລະບົບເຕືອນເມື່ອລົດຢູ່ໃນຈຸດອັບແສງຄະນະຖອຍ Cross Traffic Alert (CTA).
  • ໜ້າຈໍສຳຜັດ LCD 8 ນີ້ວ ພ້ອມເຄື່ອງຫຼີ້ນດີວີດີ ແລະ ກ້ອງເບີ່ງທາງດ້ານຫຼັງ.
  • ລະບົບຊ່ວຍລົດການໂຍນຕົວເວລາຂັບເທີງຖະໜົນທີ່ມີຂຸມ (IRC).
  • ລະບົບຊ່ວຍການຊົງຕົວຂະນະເຂົ້າໂຄ້ງ (ITC).
  • ລະບົບເກຍອັດສະລິຍະເອັກຊ໌-ໂທຣນິກ ຊີວີທີ X-tronic CVT.
  • ລະບົບຊ່ວຍອອກຕົວໃນທາງລາດຊັນ (HSA), ຫຼົບຄວບຄຸມທາງລົງເຂົາ (HDC).
  • ລະບົບຄວບຄຸມການຊົງຕົວອັດຕະໂນມັດຂະນະເຂົ້າໂຄ້ງ (VDC) ແລະ ທາງບໍລິສັດຍັງມີອີກຫຼາກຫຼາຍລຸ້ນໄວ້ໃຫ້ທ່ານເລືອກ.

ເພື່ອເປັນການຕອບສະໜອງຕໍ່ການທົດສອບການຂັບຂີ່ທີ່ດີທີສຸດຂອງ Nissan ເຊີ່ງໃນສອງມື້ທີ່ຈັດງານມີຜູ້ຄົນໃຫ້ຄວາມສົນໃຈເປັນຈຳນວນຫຼາຍ ສຳລັບລູກຄ້າ ແລະ ມວນຊົນທີ່ມາງານກັບໝູ່, ຄອບຄົວ ແລະ ເດັກກໍ່ມີຫຼາກຫຼາຍກິດຈະກໍາໃຫ້ໄດ້ສະໜຸກເຊັ່ນ: ເກມສຳລັບເດັກ, ການແຈກບັດໃສ່ນໍ້າມັນຟຣີ, ການຈັບສະຫຼາກເພື່ອຫາຜູ້ໂຊກດີ ເພື່ອຮັບລາງວັນຈາກນິສສັນ Nissan ເຊັ່ນ: ສາຍຄໍທອງຄຳ, ເຄື່ອງໃຊ້ໄຟຟ້າ ແລະ ຂອງຂັວນຈາກນິສສັນ Nissan. ພາຍໃນງານຍັງມີເຄື່ອງດື່ມ,ອາຫານແຈກໃຫ້ ແລະອື່ນໆ. ນອກຈາກກິດຈະກໍາທົດລອງການຂັບແລ້ວ ງານຍັງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ນິສສັນພົບປະກັນກັບລູກຄ້າ.

Nissan ນິສສັນຍັງສືບຕໍ່ຂະຫຍາຍຕົວໃນລາວ ຕອບສະໜອງຄວາມເພີ່ງພໍໃຈໃຫ້ກັບລູກຄ້າ ເພາະທ່ານເປັນຫົວໃຈຫຼັກຕໍ່ບໍລິສັດຂອງພວກເຮົາ. ບໍລິສັດຕັນຈົງມໍເຕີລາວ ຍັງມອບການບໍລິການຫຼັງການຂາຍໃຫ້ກັບລູກຄ້າເພື່ອກວດເຊັກສະພາບລົດ ຈຸດປະສົງກໍ່ຄືການມອບຄວາມໄວ້ວາງໃຈໃຫ້ກັບລູກຄ້າໃນລາວ ແລະ ພ້ອມດຽວກັນນັ້ນທາງບໍລິສັດກໍ່ກໍາລັງຂະຫຍາຍສາຂາໄປຍັງຕ່າງແຂວງອີກດ້ວຍ

ສຳລັບລູກຄ້າ ແລະ ສະມາຊິກຂອງທາງບໍລິສັດທີ່ມີຄວາມສົນໃຈສາມາດເຂົ້າມາທົດລອງຂັບໄດ້ບໍ່ວ່າຈະເປັນ ອໍລ ນິວ ນິສສັນ ເທີຣາ All-New Nissan TERRA, ນິວ ນິສສັນ ເອກຊ໌ ເທລ໌ Nissan X-TRAIL  ແລະ ນິສສັນ ນາວາຣາ ພລີມ້ຽມ ພລັສ Nissan NAVARA Premium Plus ທີ່ຫ້ອງໂຊຣູມສ໌ ຫຼື ໂຣດໂຊສ໌ ຂອງນິສສັນໄດ້.

 

ສໍາລັບຂໍ້ມູນເພີ່ມເຕີບກ່ຽວກັບລົດນິິິສສັນ Nissan ທຸກລຸ້ນໃນລາວ, ທ່ານສາມາດເຂົ້າໄປຊົມໄດ້ທີ່ເວັບໄຊທ໌ http://www.nissan-lao.la ຫຼື ທ່ານສາມາດຕິດຕາມໜ້າເພັດຈ໌ຂອງເຟດສ໌ບຸກນິສສັນລາວກໍ່ໄດ້ http://fb.com/NissanLaos/

 

 

ກ່ຽວກັບບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”)

ບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”) ເປັນຕົວແທນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ຊື່ງເປັນສາຂາຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ຫັດໃນມາເລເຊຍ Tan Chong Motor Holdings Berhed ທາງບໍລິສັດທັງເປັນຜູ້ຂາຍ, ຜູ້ບໍລິຫານນໍາລົດເຂົ້າມາໃນລາວ ແຕ່ປີ 2010. ການເປີດຕົວຄັ້ງທຳອິດຂອງສູນສາມເອັດສ໌ 3S ໃນນະຄອນຫຼວງວຽງຈັນ ບໍລິສັດຕັນຈົງມໍເຕີລາວ ໄດ້ສ້າງສະຖິຕິຍອດຂາຍທີ່ໂດດເດັ່ນໃນຖະໜົນໃນປະເທດລາວເຊັ່ນ ນິສສັນ ນາວາຣາ Nissan Navara ແລະ ນິສສັນ ເອັກຊ໌ – ເທຣັັລ Nissan X-Trail. ໃນປີ 2016, ຕັນຈົງມໍເຕີລາວໄດ້ຖືກນຳສະເໜີເຂົ້າຊີງລາງວັນ ເດີ ນິສສັນ ກລອບໂບລ໌ ອະວອດ໌ ‘The Nissan Global Award 2016’ ຊື່ງເປັນລາງວັນລະດັບໂລກທີ່ຮັບຮູ້ເຖີງການເປັນຕົວແທນຈຳໜ່າຍຂອງນິສສັນ Nissan ຈາກຜົນການດໍາເນີນງານທີ່ໂດດເດັ່ນໃນຊ່ວງງົບປະມານປີ 2015 ໃນເລື່ອງຂອງປະລິມານການຂາຍ ແລະ ຜົນສໍາເລັດສ່ວນແບ່ງການຕະຫຼາດ.

ໃນປີ 2017 ນັບເປັນກ້າວທີ່ສຳຄັນຂອງບໍລິສັດ ເພາະບໍລິສັດຕັນຈົງມໍເຕີລາວ ໄດ້ເປີດສູນສາມເອັດສ໌ 3S ໃນສະຫວັນນະເຂດ ແລະ ຕາມມາດ້ວຍສູນສາມເອັດສ໌ 3S ໃນປາກເຊ. ເພື່ອເປັນການຂັບເຄື່ອນທຸລະກິດ ບໍລິສັດຕັນຈົງມໍເຕີລາວຍັງສືບຕໍໍ່ສົ່ງຄວາມເພີ່ງພໍໃຈໃຫ້ກັບລູກຄ້າໃຫ້ເຖີງຈຸດສູງສຸດ ແລະ ສືບຕໍ່ຂະຫຍາຍສາຂາຂອງບໍລິສັດໃຫ້ຄວບຄຸມທົ່ວປະເທດ ພ້ອມກັບເປີດຫ້ອງບໍລິການຫລັງການຂາຍໃຫ້ກັບຜູ້ທີ່ມີຄວາມສົນໃຈ ເພື່ອເພີ່ມຍອດຂາຍລົດຍົນໃຫ້ຄວບຄຸມທົ່ວປະເທດ.