ທຸລະກິດຂົນສົ່ງພົບບັນຫາ ຝາກໃຫ້ພາກລັດມີສ່ວນຮ່ວມ

ປັດຈຸບັນ ທຸລະ​ກິດ​ການ​ບໍ​ລິການ​ຂົນສົ່ງ ໄດ້​ພົບ​ບັນຫາ​ເຖິງ​ຂັ້ນວິ​ກິດ ມີ​ຫຼາຍ​ບໍລິສັດ​ທີ່​ດຳເນີນ​ທຸລະ​ກິດ​ດັ່ງກ່າວ ​ຕ້ອງ​ໄດ້​ຢຸດ​ກິດ​ຈະການຂາຍ​ຊັບ​ສິນ​ອອກ​ໄປ ແລະ ມີ​ບາງ​ບໍລິສັດ​ປະຄອງ​ຕົວ​ພໍ​ແຕ່​ຢູ່ໄດ້​ເທົ່າ​ນັ້ນ ເນື່ອງ​ຈາກ​ມີ​ລົດ​ຂົນສົ່ງ​ຂອງ​ຕ່າງປະເທດ ​ເຂົ້າ​ມາເຄື່ອນ​ໄຫວ​ຢູ່​ປະເທດ​ເຮົາ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ທ່ານ ຄຳ​ເວີນ ສຸ​ລັດ​ທະ ເຈົ້າຂອງ​ທຸລະ​ກິດ​ຄຳ​ເວີນ​ຂົນສົ່ງ ແລະ ກົນ​ຈັກ​ໃຫ້​ເຊົ່າ ໄດ້​ໃຫ້​ສຳພາດ​ວັນ​ທີ 23 ກັນຍາ 2017 ວ່າ: ດຳເນີນ​ທຸລະ​ກິດ​ບໍລິການຂົນສົ່ງ​ທາງບົກ​ມາ​ໄດ້ 40 ກວ່າ​ປີ ມີ​ສຳນັກງານ​ຕັ້ງ​ຢູ່​ບ້ານ​ທ່າ​ສະຫວ່າງ (ທ່າ​ງ່ອນ) ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ເບື້ອງ​ຕົ້ນ ມີ​ລົດ​ອີ​ຊູ​ຊຸ 6 ລໍ້​ພຽງ​ແຕ່ 3 ຄັນ ແລະ ມີ​ພະນັກງານ 2-3 ຄົນ​ເທົ່ານັ້ນ ພາຍຫຼັງ​ຮຽນ​ຈົບ​ປີ 1998 ໄດ້ໄປ​ເຮັດ​ວຽກ​ກັບ​ບໍລິສັດ​ເອກະ​ຊົນ ເມື່ອ​ມີ​ປະສົບ​ການ​ຈຶ່ງ​ໄດ້​ມາ​ສືບທອດ​ຜູ້​ເປັນ​ພໍ່​ດຳເນີນ​ທຸລະ​ກິດ​ຈົນມາ​ເຖິງ​ປັດຈຸບັນ ສ່ວນ​ທຸລະ​ກິດແມ່ນ​ບໍລິການ​ຂົນສົ່ງ​ປະເພດ​ລົດ ທີ່​ເຄື່ອນ​ຍ້າຍ​ໄປ​ຈຸດ​ຕ່າງໆ​ທັງພາຍ​ໃນ ແລະ ຕ່າງປະເທດ ນອກນີ້ ຍັງ​ເຮັດ​ທຸລະ​ກິດ​ຮັບ​ເໝົາ​ກໍ່ສ້າງ​ທາງ​ຂະໜາດ​ນ້ອຍ​ ແຕ່​ເຮັດໄປ​ໄລຍະ​ໜຶ່ງ​ທຸລະ​ກິດ​ກໍ່ສ້າງ​ໄດ້ຢຸດ​ເຊົາ​ຍ້ອນ​ມີ​ຄູ່​ແຂ່ງ​ຫຼາຍ​ຂຶ້ນ ຖືວ່າ​ຍັງ​ແຕ່​ທຸລະ​ກິດ​ຂົນສົ່ງ ໃນ​ປີ 2008-2012 ທຸລະ​ກິດ​ແມ່ນ​ໄປໄດ້​ດີ ມີ​ລົດ​ບໍລິການ​ຂົນສົ່ງ 50 ກວ່າ​ຄັນ ແລະ ມີ​ພະນັກງານ 37 ຄົນ ແຕ່​ປັດຈຸບັນ ລົດ​ຍັງ​ເຫຼືອ​ແຕ່ 32 ຄັນ ໃນ​ນັ້ນ ຈະ​ມີ​ລົດ​ຍົກເຄື່ອງ ລົດ​ບັນທຸກ ລົດ​ລາກ ແລະ ຮ່າງ​ເທນ​ເດີ ການ​ດຳເນີນ​ທຸລະກິດ ມາ​ຮອດ​ປີ 2012 ເລີ່ມ​ມີ​ບັນຫາ ຍ້ອນ​ວ່າ​ປະເທດ​ອ້ອມ​ຂ້າງ​ບໍ່ໃຫ້​ທຸລະ​ກິດ​ຄົນ​ລາວ​ໄປ​ເຄື່ອນໄຫວ​ຢູ່​ປະເທດ​ເຂົາ ໂດຍ​ອ້າງ​ເຫດຜົນ​ວ່າ ລົດ​ບໍລິການ​ຂົນສົ່ງ​ຢູ່​ລາວ ບໍ່​ໄດ້​ມາດຕະຖານ​ຄື​ກັບ​ຢູ່​ປະເທດເຂົາ ​ທັງໆ​ທີ່​ປະເທດ​ເຮົາ​ບໍ່​ສາມາດ​ຜະລິດ​ລົດ​ເອງ​ໄດ້​ ມີ​ແຕ່​ນຳ​ເຂົ້າຈາກ​ຕ່າງປະເທດ ຖື​ວ່າ​ມາ​ເຖິງ​ເວລາ​ນີ້ ປະເທດ​ອ້ອມ​ຂ້າງ​ໄດ້​ກີດ​ກັ້ນທຸລະ​ກິດ​ຂອງ​ປະເທດ​ເຮົາ ພ້ອມດຽວ​ກັນ​ນີ້ ປະເທດ​ເຮົາ​ຜັດ​ໃຫ້​ທຸລະ​ກິດ​ຂົນສົ່ງ​ປະເທດ​ອ້ອມ​ຂ້າງ ເຂົ້າ​ມາ​ເຄື່ອນ​ໄຫວ​ໃນ​ການ​ຂົນສົ່ງສິນຄ້າ​ເຂົ້າ​ມາ ແລະ ເຂົາເຈົ້າ​ສາມາດ​ຂົນສົ່ງ​ໄປ​ໄດ້​ທຸກ​ຈຸດ ບໍ່​ວ່າ​ຢູ່ນະຄອນຫຼວງ​ວຽງ​ຈັນ ກໍ່​ຄືຕ່າງແຂວງ ແລະ ໄປ​ຮອດ​ຈຸດໝາຍປາຍທາງ​ຂອງ​ສິນຄ້າ ເປັນຕົ້ນ ການ​ຂົນສົ່ງ​ສິນຄ້າ​ໂຄງການ​ກໍ່ສ້າງ​ເຂື່ອນ ແລະ ໂຄງການ​ຂຸດຄົ້ນ​ບໍ່​ແຮ່ ໂດຍ​ບໍ່​ມີ​ການ​ຄ່ຽນ​ຖ່າຍສິນຄ້າ​ຢູ່​ດ່ານ ດັ່ງນັ້ນ ນັບ​ແຕ່​ປີ 2012 ເປັນຕົ້ນ​ມາ ຮອດ​ປັດຈຸບັນ ທຸລະ​ກິດ​ຂົນສົ່ງ​ໄດ້​ກ້າວ​ເຂົ້າ​ສູ່​ຂັ້ນວິ​ກິດ ​ມີ​ຫຼາຍ​ຫົວໜ່ວຍ​ທຸລະ​ກິດ​ທີ່ດຳເນີນ​ທຸລະ​ກິດ​ບໍລິການ​ຂົນສົ່ງ ຕ້ອງ​ໄດ້​ຢຸດ​ກິດຈະການ ແລະ ຂາຍ​ຊັບ​ສິນ​ອອກ​ໄປ​ໃຫ້​ຍັງ​ເຫຼືອໜ້ອຍ​ລົງ ​ຍ້ອນ​ວ່າການ​ບໍລິການຂົນສົ່ງ​ສິນຄ້າ​ນັບ​ມື້​ມີ​ໜ້ອຍ ຖ້າຮັກສາ​ລົດ​ໄວ້​ຈະ​ເຮັດ​ໃຫ້​ມີ​ລາຍຈ່າຍ​ຫຼາຍ​ຂຶ້ນ ຄືສະເລ່ຍ​ລົດ​ຄັນໜຶ່ງ​ເຖິງ​ວ່າ​ຈະ​ແລ່ນ ຫຼື ບໍ່​ແລ່ນ ຕ້ອງ​ມີ​ລາຍ​ຈ່າຍ​ເກືອບ 5 ລ້ານກີບ​ຕໍ່​ເດືອນ ເປັນຕົ້ນ ຈ່າຍ​ພາສີອາກອນ ຄ່າ​ແຮງ​ງານ​ກຳ​ມະກອນ ແລະ ອື່ນໆ ເພື່ອ​ບໍ່​ໃຫ້​ກິດຈະ​ການ​ຢຸດ ​ຕ້ອງ​ໄດ້​ຂາຍ​ຊັບ​ສິນອອກ​ໄປ ​ປະຄອງ​ທຸລະ​ກິດ​ໃຫ້​ໄປລອດ.

ຈາກ​ເລື່ອງ​ທີ່​ກ່າວ​ມາ​ຂ້າງເທິງ​ນັ້ນ​ ຮຽກຮ້ອງ​ມາ​ຍັງ​ພາກ​ລັດ ໂດຍ​ສະເພາະພາກສ່ວນ​ກ່ຽວຂ້ອງ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ​ຢາກ​ໃຫ້​ມາ​ມີ​ສ່ວນ​ຮ່ວມໃນ​ການ​ເບິ່ງແຍງ​ທຸລະ​ກິດ​ຂົນສົ່ງ​ພາຍ​ໃນ​ເຮົາ ແລະ ໃຫ້​ບຸລິ​ມະສິດ​ຄົນ​ລາວ​ກ່ອນ ​ໃນ​ການ​ຂົນສົ່ງສິນຄ້າ​ຮັບ​ໃຊ້​ໂຄງການ​ໃຫຍ່ ເປັນຕົ້ນ ໂຄງການ​ກໍ່ສ້າງ​ທາງລົດໄຟ ລາວ-ຈີນ ຖ້າ​ຄົນ​ລາວເຮັດ​ບໍ່​ໄດ້ ​ຈຶ່ງ​ໃຫ້​ຕ່າງປະເທດ ນອກ​ນີ້ ກໍ່​ຢາກ​ໃຫ້​ພາກ​ລັດ​ເກັບພາສີ​ອາກອນ ແລະ ຄ່າ​ບໍລິການອື່ນໆ ​ນຳ​ລົດ​ຂົນສົ່ງ​ຕ່າງປະເທດທີ່​ມາ​ເຄື່ອນ​ໄຫວ​ຢູ່​ປະເທດ​ລາວ ສິ່ງ​ສຳຄັນ​ໜຶ່ງ​ອີກ​ຢາກ​ໃຫ້​ມີການ​ຄ່ຽນ​ຖ່າຍ​ສິນຄ້າ​ຢູ່​ດ່ານ ເພື່ອ​ໃຫ້​ທຸລະ​ກິດ​ຂົນສົ່ງພາຍ​ໃນ​ໄດ້​ມີ​ວຽກ​ເຮັດ ແລະ ມີລາຍ​ຮັບ​ຈາກ​ການ​ບໍລິການ​ຂົນສົ່ງ​ສິນຄ້າ​ຈາກ​ຈຸດ​ຄ່ຽນ​ຖ່າຍ ​ໄປຍັງ​ປາຍທາງ​ຂອງ​ສິນຄ້າ​ຢູ່​ພາຍໃນ​ປະ​​ເທດ ແລະ ອີກ​ສຳຄັນ ປັດຈຸບັນ ​ສປປ ລາວ ໄດ້​ມີ​ມາດຕະການ​ແນວໃດ​ຮັບຮອງ​ການເປີດ​ກວ້າງ​ທຸລະ​ກິດ ຫຼື ການ​ຂົນສົ່ງ​ທາງບົກ ​ເພື່ອ​ບໍ່​ໃຫ້​ປະເທດພວກ​ເຮົາ​ເສຍປຽບ ຄວນ​ໄດ້​ກວດຄືນ​ໃຫ້​ເໝາະ​ສົມ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່