ທຸລະກິດການທ່ອງທ່ຽວ ແລະ ການໂຮງແຮມໃນທົ່ວໂລກມີວິທີການປັບໂຕໃນຊ່ວງການລະບາດຂອງພະຍາດໂຄວິດ-19 ນີ້ແນວໃດ?

ທ່າມກາງສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກໄດ້ແຜ່ຂະຫຍາຍເປັນວົງກວ້າງ ແຕ່ນັ້ນກໍເປັນຂີດໝາຍອັນໜຶ່ງທີ່ເຮົາຈະໄດ້ເຫັນການປັບຕົວຂອງທຸລະກິດຕ່າງໆເພື່ອໃຫ້ເຂົ້າກັບສະຖານນະການທີ່ກໍາລັງເກີດຂື້ນ. ໜຶ່ງໃນການປັບໂຕຂອງຫຼາຍໆບໍລິສັດ ທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ກໍເປັນທຸລະກິດໜຶ່ງທີ່ມີການປັບຕົວເພື່ອໃຫ້ສອດຄ່ອງກັບມາດຕະການການປ້ອງກັນພະຍາດຂອງແຕ່ລະປະເທດວາງອອກ.

ສິ່ງທີ່ສໍາຄັນເພື່ອການຢູ່ລອດຂອງການທ່ອງທ່ຽວ ແລະ ການໂຮງແຮມກໍຄືເທັກນິກຂອງການປັບໂຕ ແລະ ຫາລູກຄ້າກຸ່ມໃໝ່ແທນລູກຄ້າກຸ່ມເກົ່າທີ່ຍັງບໍ່ກັບມາ ເຊິ່ງຍຸດທະສາດຫຼັກໆຂອງການປັບໂຕຂອງໂຮງແຮມໃນທົ່ວໂລກໃນຊ່ວງນີ້ໄດ້ແກ່:

  1. ການລົງທະບຽນຈອງທີ່ພັກໄວ້ລ່ວງໜ້າເພື່ອຫຼີກລ້ຽງການສໍາພັດ (Pre-arrival Registration)

ການຈອງທີ່ພັກໄວ້ລ່ວງໜ້າຖືເປັນສິ່ງອໍານວຍຄວາມສະດວກ ພ້ອມທັງສາມາດຫຼີກລ້ຽງການສໍາພັດໃນກໍລະນີເຂົ້າເຊັກອິນທີ່ໂຮງແຮມ ເຊິ່ງໃນປັດຈຸບັນມີການນໍາໃຊ້ເທັກໂນໂລຊີທີ່ຕ້ອງນໍາມາໃຊ້ເຊັ່ນ: Electronic Locks ໂດຍໃຊ້ Bluetooth ຫຼຶ RFID ເປັນຕົ້ນ.

2. ການສະແດງຫຼັກຖານຂອງຜູ້ເຂົ້າພັກເຊົາໃນໂຮງແຮມວ່າບໍ່ຕິດເຊື້ອພະຍາດໂຄວິດ-19 (Covid-19 testing and tracing)

ການສະແດງຫຼັກຖານແບບນີ້ຖືວ່າເປັນການບັນທຶກປະຫວັດຂອງຜູ້ເຂົ້າໃຊ້ບໍລິການເພື່ອໃຫ້ສາມາດກວດສອບໄດ້ງ່າຍໃນກໍລະນີຫາກມີການຕິດເຊື້ອເກີດຂື້ນ.

3. ນໍາໃຊ້ເຄື່ອງໝາຍ ແລະ ເສັ້ນທາງໃນສະຖານທີ່ໃຫ້ບໍລິການ (Social distance cycles)

ການເຮັດເຄື່ອງໝາຍແມ່ນເພື່ອກໍານົດເສັ້ນທາງເພື່ອໃຫ້ເກີດຄວາມເປັນລະບຽບໃນການໃຫ້ບໍລິການ ແລະ ຫຼີກລ້ຽງການເຂົ້າໃກ້ເຂດທີ່ມີການແອອັດຂອງຜູ້ຄົນ

4. ການທໍາຄວາມສະອາດ ແລະ ຂ້າເຊື້ອຢ່າງສະໝໍ່າສະເໝີ (Public area sanitizing and disposable wipes availability)

ສະຖານປະກອບການຕ້ອງມີການທໍາຄວາມສະອາດ ແລະ ຂ້າເຊື້ອໃນພື້ນທີ່ຕ່າງໆຢ່າງເຂັ້ມງວດ ແລະ ຕະຫຼອດເວລາ ໂດຍສະເພາະໃນບໍລິເວນທີ່ຖືກໃຊ້ບໍລິການຫຼາຍໆເຊັ່ນ: ປະຕູ, ໂຕະ, ຕັ່ງ ແລະ ເອົາໃຈໃສ່ໃນການບໍລິການສະຖານທີ່ທີ່ແນ່ໃຈວ່າປອດໄພ ແລະ ຫຼຸດຄວາມສ່ຽງການຕິດເຊື້ອ

5. ປ່ຽນຮູບແບບການທັກທາຍຜູ້ໃຊ້ບໍລິການ (Greetings and acknowledgment)

ໃນເມື່ອກ່ອນຫຼາຍໆປະເທດມີການທັກທາຍຜູ້ໃຊ້ບໍລິການໂດຍການສໍາຜັດມື ແຕ່ໃນສະຖານະການຕອນນີ້ອາດປ່ຽນມາເປັນການທັກທາຍແບບນົບ ຫຼື ການໂຄ້ງຄໍານັບ ແທນ.

6. ການປ່ຽນແປງການໃຫ້ບໍລິການເທິງໂຕະອາຫານ (Restaurant area tables Spacing styles of service)

ການໃຫ້ບໍລິການເທິງໂຕະອາຫານຕ້ອງມີໄລຍະຫ່າງກັນ ຫຼື ມີບ່ອນກັ້ນ ເພື່ອເວັ້ນໄລຍະຫ່າງລະຫວ່າງຜູ້ເຂົ້າມາໃຊ້ບໍລິການ ແລະ ເພື່ອບໍ່ໃຫ້ມີຄວາມແອອັດ

7. ປ່ຽນມາໃຊ້ການບໍລິການຈາກຫ້ອງພັກ (room service)

ການຫັນປ່ຽນມາໃຫ້ບໍລິການໃນຫ້ອງພັກແມ່ນສິ່ງໜຶ່ງທີ່ກໍາລັງເລີ່ມເປັນທີ່ນິຍົມ ບໍ່ວ່າຈະເປັນການກິນເຂົ້າໃນຫ້ອງພັກ ແລະ ການບໍລິການຂອງພະນັກງານທີ່ອໍານວຍຄວາມສະດວກຕະຫຼອດເວລາ.

ສະຫຼຸບແລ້ວ, ການປັບໂຕຂອງທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ແມ່ນສາມາດຕອບສະໜອງຄວາມຕ້ອງການຂອງຄົນທີ່ອອກໄປທ່ອງທ່ຽວ ແລະ ຄໍານຶງເຖິງຄວາມປອດໄພໄດ້ເປັນຢ່າງດີ ຖືໄດ້ວ່າພາຍຫຼັງສິ້ນສຸດການລະບາດຂອງພະຍາດໂຄວິດ-19 ແລ້ວ ການທ່ອງທ່ຽວໃນທົ່ວໂລກຈະກັບມາຄືກຄື້ນ ແລະ ມີນັກທ່ອງທ່ຽວທີ່ເພີ່ມຫຼາຍຂື້ນຢ່າງແນ່ນອນ.