ທຶນຍົກລະລັບການສຶກສາລະລັບປະລິນຍາໂທ (ໄລຍະເວລາ 2 ປີ) ທີ່ ປະເທດໄທ

ສໍານັກງານຄະນະກໍາມະການການສຶກສາຊັ້ນສູງຂອງໄທຮ່ວມກັບ 9 ສະຖາບັນການສຶກສາຂອງປະເທດໄທ ຈະໃຫ້ທຶນການສຶກສາ ແລະ ກໍາລັງເປີດຮັບສະໝັກຜູ້ທີ່ສົນໃຈໄປຍົກລະລັບການສຶກສາລະລັບປະລິນຍາໂທ (ໄລຍະເວລາ 2 ປີ) ໃນສາຂາວິຊາວິທະຍາສາດ, ວິສະວະກໍາສາດ ແລະ ເສດຖະສາດ ໃນສົກສຶກສາ 2016 ທີ່ ສະຖາບັນການສຶກສາຂອງໄທ. ຜູ້ທີ່ສົນໃຈສະໝັກເອົາທຶນການສຶກສາດັ່ງກ່າວນີ້ແມ່ນສາມາດເບິ່ງຂໍ້ມູນເພີ່ມເຕີມ ແລະ ດາວໂຫຼດເອົາແບບຟອມສະໝັກໄດ້ຕາມທີ່ຢູ່ລຸ່ມນີ້:

1. ດາວໂຫຼດແບບຟອມ: http://www.inter.mua.go.th/ts/index.htm ,
ຫຼຶ ພົວພັນກັບຜູ້ປະສານງານທີ່ສໍານັກງານຄະນະກໍາມະການການສຶກສາຊັ້ນສູງຂອງໄທ:
Mr. Teeratorn Likhitphongsathorn
Bureau of International Cooperation Strategy
Office of the Higher Education Commission
Ministry of Education, Thailand , 328 Si Ayutthaya Road
Bangkok 10400, Thailand
Tel: 66 2 610 5464–5
Fax: 66 2 354 5570
E-mail: teeratorn.lk@gmail.com

2.ລາຍຊື່ມະຫາວິທະຍາໄລທີ່ຮ່ວມມືກັບ ສໍານັກງານຄະນະກໍາມະການການສຶກສາຊັ້ນສູງຂອງໄທ
ມະຫາວິທະຍາໄລບົວລະພາ
ມະຫາວິທະຍາໄລຊຽງໃໝ່
ມະຫາວິທະຍາໄລກະເສດສາດ
ສະຖາບັນເຕັກໂນໂລຊີລາດກະບັງ
ສະຖາບັນເຕັກໂນໂລຊີທົນບູລີ
ມະຫາວິທະຍາໄລສົງຂານະຄະລິນ
ມະຫາວິທະຍາໄລສິລະປະກອນ
ມະຫາວິທະຍາໄລເຕັກໂນໂລຊີສຸຣະນາລີ
ມະຫາວິທະຍາໄລທໍາມະສາດ

ຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz