ທີມແພດໄທຄົ້ນພົບສູດຢາຮັກສາໄວຣັສໂຄໂຣນາໃຫ້ຜູ້ປ່ວຍຄົນຈີນປອດເຊື້ອໄດ້ພາຍໃນ 48 ຊົ່ວໂມງ

ເວັບໄຊຂ່າວ thestandard.com ລາຍງານເມື່ອວັນທີ 2 ກຸມພາ 2020 ວ່າ ທີມແພດຈາກໂຮງໝໍຣາຊວິຖີ ເປີດເຜີຍໃນລະຫວ່າງຖະແຫຼງຂ່າວສະຖານະການຂອງໄວຣັສໂຄໂຣນາປະຈຳວັນວ່າ “ພວກເຮົາມີປະສົບການໃນການຮັກສາຄົນໄຂ້ຊາວຈີນທີ່ມີອາການຄ່ອນຂ້າງຮຸນແຮງ ກໍ່ປະກົດວ່າຄົນໄຂ້ມີອາການດີຂຶ້ນຢ່າງໄວວາພາຍໃນ 48 ຊົ່ວໂມງ ຜົນກວດຫາໄວຣັສໂຄໂຣນາຈາກທີ່ເປັນບວກກາຍເປັນລົບ ເຊິ່ງເປັນແນວໂນ້ມທີ່ດີ”

ທັງນີ້, ຂະບວນການຮັກສາການໃຊ້ຢາຂອງອົງການການຢາ ເປັນຢາຕ້ານໄວຣັດໄຂ້ຫວັດໃຫຍ່ ແລະ ຕ້ານໄວຣັດເອດ ໃຊ້ຮ່ວມກັນ ຕາມຜົນກວດຄ່າ ປະກົດວ່າບໍ່ພົບເຊື້ອແລ້ວພາຍໃນ 48 ຊົ່ວໂມງ.

ນາຍແພດ ກຣຽງສັກ ໜຶ່ງໃນທີມແພດຍັງກ່າວເພີ່ມອີກວ່າ “ຢາທີ່ໃຊ້ຕ້ານໄວຣັດເອດທາງຈີນກໍ່ໃຊ້ຢູ່ ແຕ່ພວກເຮົາໄດ້ມີການເປີດເບິ່ງຂໍ້ມູນວ່າມີການຮັກສາໃນກຸ່ມໂຄໂຣນ່າໄວຣັສເມີສ໌(Corona-MERS) ທີ່ເຄີຍລະບາດແລ້ວໄດ້ຜົນ ດ້ວຍການໃຊ້ຢາຕ້ານໄວຣັດໄຂ້ຫວັດໃຫຍ່ ພວກເຮົາກໍ່ເລີຍນຳຕົວຢາທັງສອງຢ່າງມາປະສົມເຂົ້າກັນ ປະກົດວ່າມັນໄດ້ຜົນດີຂຶ້ນພາຍໃນ 48 ຊົ່ວໂມງ ເຊື້ອຈາກທີ່ເປັນບວກ 10 ມື້ ກາຍເປັນລົບ”

 

ຮຽບຮຽງຂ່າວ:​ ພຸດສະດີ