ທີມແພດອັງກິດປະສົບຜົນສຳເລັດໃນການຜ່າຕັດແຍກຫົວເດັກນ້ອຍຝາອອກຈາກກັນໄດ້ສຳເລັດປອດໄພ

ເມື່ອວັນທີ 22 ພະຈິກ 2016 ສຳນັກຂ່າວ ຊີເອັນເອັນ ໄດ້ເຜີຍພາບຄວາມປະທັບໃຈ ຂອງ ຈາກດອນ ແລະ ອານີສ ແມັດໂດນັລ ເດັກຊາຍຝາແຝດ ຄູ່ນີ້ທີ່ເກີດມາມີຫົວຕິດກັນ ໄດ້ເບິ່ງໜ້າກັນເປັນຄັ້ງທຳອິດແລ້ວ ຫຼັງຈາກທີ່ທັງຄູ່ໃຊ້ຊີວິດຫົວຕິດກັນເປັນເວລາດົນເຖິງ 1 ປີ ກ່ອນທີຈະໄດ້ຮັບການຊ່ວຍເຫຼືອຈາກທີມໄສຍະກຳແພດຜູ້ຊ່ຽວຊານໃນການຜ່າຕັດແຍກຫົວຂອງເດັກນ້ອຍທັງຄູ່ອອກຈາກກັນເຊິ່ງການຜ່າຕັດແມ່ນມີຄວາມຊັບຊ້ອນໃຊ້ເວລາດົນເຖິງ 27 ຊົ່ວໂມງ ກ່ອນຈະສຳເລັດຢ່າງປອດໄພ

ການຜ່າຕັດແມ່ນໄດ້ເລີ່ມເຮັດແຕ່ເດືອນ ຕຸລາທີ່ຜ່ານ ຈົນຕອນນີ້ກໍ່ຄົບໄລຍະ 1 ເດືອນ ຫຼັງຈາກຜ່າຕັດ ໃນທີ່ສຸດຝາແຝດກໍ່ໄດ້ເຫັນໜ້າກັນ

ແລະ ໃນຕອນນີ້ເດັກນ້ອຍທັງຄູ່ຍັງຕ້ອງຢູ່ໃນການດູແລຂອງແພດທີ່ໂີງໝໍ ມອນເຕຟິໂອເຣ ປະເທດອັງກິດ ອີກເປັນເວລາຫຼາຍເດືອນ ເພື່ອຟື້ນຟູຮ່າງກາຍ ແລະ ເຮັດກາຍະພາບບຳບັດ

1661

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!