ທີມແພດຈີນສຳເລັດການປູກຖ່າຍໃບຫູໃນແຂນຄົນ

ເມື່ອວັນທີ 29 ມີນາ 2017 ທີ່ຜ່ານມາ ສາດສະດາຈານ ກົວຊູ່ຈົງ ຈາກໂຮງໝໍມະຫາວິທະຍາໄລ ຊີອານຈຽວທົງ ແລະ ຊູເມົ່າກົ໋ວ ແພດຈາກມະຫາວິທະຍາໄລ ຈຽວທົງ ໄດ້ນຳທີມແພດຜ່າຕັດດົນເຖິງ 7 ຊົ່ວໂມງ ເພື່ອເຄື່ອນຍ້າຍຫູທີ່ປູກຝັງ ແລະ ຂະຫຍາຍໂຕໃນແຂນເບື້ອງຂວາໄປທີ່ຫົວຂອງຜູ້ປ່ວຍໄດ້ສຳເລັດ.

ເຊິ່ງໄລຍະຫ່ອນໜ້ານີ້ ຜູ້ປ່ວຍທີ່ເກີດອຸບັດຕິເຫດເຮັດໃຫ້ຫູຂາດໄປ ສາດສະດາກົວ ຈິ່ງໄດ້ເອົາກະດູກອ່ອນມາແກະສະລັກເປັນໃບຫູແລ້ວຝັງລົງໃນແຂນຂວາຂອງຜູ້ປ່ວຍຄົນນັ້ນ