ທຳລາຍສິນຄ້າຮຽນແບບ ແລະ ສິນຄ້າໝົດອາຍຸ

0
756

ທຳລາຍສິນຄ້າ ແລະ ສິນຄ້າໝົດອາຍຸ ທີ່ໄດ້ລົງເຄື່ອນໄຫວກວດກາຢູ່ຕະຫຼາດເທດສະບານແຂວງ.

ພິທີທຳລາຍສິນຄ້າຮຽນແບບ ແລະ ສິນຄ້າທີ່ໝົດອາຍຸ ຫຼາຍລາຍການທີ່ກວດພົບຢູ່ສອງຕະຫຼາດໃນເທດສະບານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2022 ນີ້ ໂດຍມີ ທ່ານນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ, ພ້ອມດ້ວຍເຈົ້າໜ້າທີ່ການຄ້າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ສິນຄ້າ ແລະ ອາຫານ ທີ່ໝົດອາຍຸ ທີ່ນຳມາທຳລາຍໃນຄັ້ງນີ້ ແມ່ນການລົງກວດກາຂອງເຈົ້າໜ້າທີ່ ໄດ້ ລົງກວດກາຢູ່ ສອງຕະຫຼາດເທດສະບານແຂວງ ຄື ຕະຫຼາດໜອງແມງດາ ແລະ ຕະຫຼາດວັງໄຮ ຈຳນວນ ຫຼາຍຮ້ານ ທີ່ໄດ້ກວດພົບ ພ້ອມທັງຍຶດປະເພດອາຫານແຊ່ແຂງ ທີ່ໝົດອາຍຸ ຫຼາຍລາຍການຄື:

ຮ໋ອດດອກ ສີ້ນສ່ວນຊີ້ນໄກ່ ເຄື່ອງໃນໄກ່, ຕີນໄກ່, ຕີນໝູ, ຊີ້ນໝູແຊ່ແຂງ, ຊີ້ນສົມ, ເຂົ້າໜົມ, ແປ້ງນົວ, ນົມ ແລະ ອື່ນໆລວມມູນຄ່າ 11,963,000 ກີບ.

ແຫຼ່ງຂ່າວ-ພາບ: ສະຖານີ ວິທະຍຸແລະໂທລະພາບ ແຂວງອຸດົມໄຊ