ທາງດ່ວນວຽງຈັນ-ວັງວຽງຈະເປີດບໍລິການໃນທ້າຍ ເດືອນ ທັນວານີ້

ໜັງສືພິມວຽງຈັນທາມ ລາຍງານວ່າ ບໍລິສັດຮ່ວມທຶນພັດທະນາ ທາງດ່ວນລາວ-ຈີນຈໍາກັດ ໄດ້ເລື່ອນການເປີດເສັ້ນທາງດ່ວນວຽງຈັນ-ວັງວຽງໄປເປີດໃນລະຫວ່າງວັນທີ 20-30 ທັນວາ 2020 ເຊິ່ງຕາມແຜນແລ້ວແມ່ນຈະເປີດບໍລິການໃນວັນທີ 2 ທັນວາ 2020 ທີ່ຜ່ານມາເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020) ແຕ່ເປີດບໍ່ທັນໄດ້ຍ້ອນການກໍ່ສ້າງບໍ່ສໍາເລັດຕາມແຜນ ໂດຍສະເພາະແມ່ນການກໍ່ສ້າງທາງຂຶ້ນລົງ, ຈຸດເກັບເງິນ, ການຕິດຕັ້ງໄຟເຍືອງທາງ, ອະນາໄມເສັ້ນທາງ ແລະ ອື່ນໆ.

ການກໍ່ສ້າງເສັ້ນທາງດັ່ງກ່າວ ມີມູນຄ່າການກໍ່ສ້າງ 1,3 ຕື້ໂດລາ, ມີຈຸດເລີ່ມຕົ້ນຢູ່ສາມແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວປະມານ 109 ກິໂລແມັດ, ກວ້າງທັງໝົດ 23 ແມັດ. ໂຄງການກໍ່ສ້າງທາງດ່ວນດັ່ງກ່າວແບ່ງອອກເປັນ 4 ໄລຍະ ເຊິ່ງທາງດ່ວນວຽງຈັນ ຫາວັງວຽງແມ່ນໄລຍະທີ 1, ໄລຍະທີ 2 ແມ່ນຈາກເມືອງວັງວຽງ ຫາ ແຂວງຫຼວງພະບາງ, ໄລຍະທີ 3 ຈາກແຂວງຫຼວງພະບາງ ຫາ ແຂວງອຸດົມໄຊ ແລະ ໄລຍະທີ 4 ຈາກແຂວງອຸດົມໄຊ ຫາ ຊາຍແດນບໍ່ເຕັນແຂວງຫຼວງນໍ້າທາ.

ຮຽບຮຽງຂ່າວ: ພຸດສະດີ