ທະຫານອົດສະຕາລີ ຖືກແຂ້ກັດເກືອບເອົາຊີວິດບໍ່ລອດ!!

True ID: ແຫຼ່ງຂ່າວອົດສະຕາລີລາຍງານວ່າ ມີທະຫານຄົນໜຶ່ງຖືກແຂ້ຂະໜາດໃຫຍ່ທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບສາຫັດ ບໍລິເວນຫົວ ແລະ ໜ້າເອິກ ຂະນະທີ່ໝູ່ຂອງທະຫານຜູ້ໜ້າສົງສານກໍຖືກແຂ້ກັດທີ່ແຂນໃນຊ່ວງກຳລັງພະຍາຍາມເຂົ້າຊ່ວຍເຫຼືອ.

ເຫດການດັ່ງກ່າວເກີດຂຶ້ນໃນອາທິດຜ່ານມາ, ຢູ່ທາງເໜືອສຸດຂອງລັດຄວີນແລນ, ປະເທດອົດສະຕາລີ ເຊິ່ງທາງການເຊື່ອວ່າ ທະຫານຄົນນັ້ນພ້ອມກັບໝູ່ ກຳລັງຕຶກເບັດຢູ່ບໍລິເວນແຄມຝັ່ງເຂດບ້ານຂອງຊາວປະມົງ ເຊິ່ງຕັ້ງຢູ່ຫ່າງຈາກເມືອງແຄນສ໌ໄປທາງທິດເໜືອປະມານ 800 ກິໂລແມັດ.

ລາຍງານຍັງຮູ້ຕື່ມວ່າ ແຂ້ທີ່ກັດທະຫານຄົນດັ່ງກ່າວ ມີຄວາມຍາວເຖິງ 2.5 ແມັດ, ເບື້ອງຕົ້ນຍັງບໍ່ມີລາຍງານວ່າ ແຂ້ໂຕນັ້ນຖືກທຳຮ້າຍ ຫຼື ບໍ່.