ທະຫານມຽນມາ ປະທະກຸ່ມຕິດອາວຸດທາງພາກເໜືອ ລວມຍອດຜູ້ເສຍຊີວິດ ຢ່າງໜ້ອຍ 30 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ທັນວາຜ່ານມານີ້ວ່າ ເກີດເຫດປະທະກັນລະຫວ່າງ ກອງກຳລັງປ້ອງກັນຄວາມໝັ້ນຄົງຂອງມຽນມາ ແລະ ກຸ່ມຕິດອາວຸດໃນພື້ນທີ່ລັດສານ ທາງພາກເໜືອຂອງປະເທດມຽນມາ ສົ່ງຜົນເຮັດໃຫ້ປະຊາຊົນຫລາຍພັນຄົນ ໄດ້ພາກັນອົບພະຍົບອອກຈາກເຮືອນຊານ ເພື່ອຫລົບໜີການສູ້ຮົບ ຊຶ່ງເລີ່ມມາຕັ້ງແຕ່ທ້າຍເດືອນພະຈິກ ໂດຍໃນນັ້ນຈຳນວນໜຶ່ງ ໄດ້ພາກັນໜີຂ້າມຊາຍແດນຈີນ ເພື່ອລີ້ໄພຊົ່ວຄາວ.

ດ້ານສື່ມວນຊົນຂອງມຽນມາ ໄດ້ລາຍງານວ່າ ມີເຈົ້າໜ້າທີ່ຕຳຫລວດ 9 ຄົນ ຖືກກຸ່ມຕິດອາວຸດສັງຫານ ໃນວັນທີ 2 ທັນວາຜ່ານມານີ້ ແລະ ມີພົນລະເຮືອນເສຍຊີວິດອີກ 2 ຄົນ ໃນເຫດການດຽວກັນ, ສົ່ງຜົນເຮັດໃຫ້ນັບຕັ້ງແຕ່ເລີ່ມມີການຕໍ່ສູ້ເກີດຂຶ້ນ ມີທະຫານ, ຕຳຫລວດ, ກອງກຳລັງຝ່າຍລັດຖະບານ ແລະ ພົນລະເຮືອນເສຍຊີວິດທັງໝົດ ລວມກັນຢ່າງໜ້ອຍ 30 ຄົນ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!