ທະຫານຟິລິບປິນປະທະເດືອດກັບກຸ່ມໂຈນອາບູ ໄຊຍາຟ ເພື່ອຊ່່ວຍຕົວປະກັນ

ສຳນັກຂ່າວເອພີລາຍງານຈາກນະຄອນຫຼວງ ມະນິລາ ປະເທດ ຟິລິບປິນ ເມື່ອວັນທີ 10 ສິງຫາ 2017 ວ່າ ຜູ້ບັນຊາ ການທະຫານແຂວງຊູລູ ທາງພາກໃຕ້ຂອງຟິລິບປິນ ເຜີຍວ່າ ເກີດການຍິງປະທະກັນລະຫວ່າງທະຫານກອງທັບກັບກຸ່ມໂຈນອາບູ ໄຊຍາຟ ປະມານ 30 ຄົນ ທີ່ເກາະຊູລູ ເມື່ອຕອນເຊົ້າຂອງວັນພະຫັດ ເຫດເກີດໃນຂະນະທີ່ທະຫານພະຍາຍາມເຂົ້າຊ່ວຍເຫຼືອຕົວປະກັນ 23 ຄົນ ຮວມເຖິງຊາວຕ່າງຊາດອີກ 15 ຄົນ ທີ່ຢູ່ໃນການຄວບຄຸມຂອງ ອາບູ ໄຊຍາຟ ທ່າມກາງຂ່າວລືວ່າຕົວປະກັນບາງຄົນຖືກຂ້າຕັດຫົວ ໃນການປະທະກັນຄັ້ງນີ້ເຮັດໃຫ້ມີທະຫານເສຍຊີວິດ 2 ຄົນ ແລະ ກຸ່ມໂຈນເສຍຊີວິດ 5 ຄົນ.

ໂຊເບຈານາ ຜູ້ບັນຊາການທະຫານແຂວງຊູລູ ກ່າວວ່າ ກຸ່ມອາບູ ໄຊຍາຟ ແຍກຕົວປະກັນອອກເປັນຫຼາຍກຸ່ມ ຢູ່ໃນການຄວບຄຸມຂອງຫົວໜ້າກຸ່ມຍ່ອຍ ແລະ ເບື້ອງຕົ້ນຍັງບໍ່ແນ່ນອນວ່າ ມີຕົວປະກັນຈຳນວນຈັກຄົນ ແລະ ມີໃຜແນ່ ຢູ່ໃນກຸ່ມທີ່ຍິງປະທະກັບທະຫານລ່າສຸດ

ເມື່ອເດືອນທີ່ຜ່ານມາ ທະຫານພົບສົບໃນສະພາບຖືກຫົວຖືກຕັດ ເຊິ່ງພິສູດວ່າເປັນລູກເຮືອຊາວຫວຽດນາມ 2 ຄົນ ທີ່ຖືກກຸ່ມອາບູ ໄຊຍາຟດັກປຸ້ນ ແລະ ລັກພາຕົວໄປເມື່ອປີທີ່ຜ່ານມາ

 

ພາບ ແລະ ຂ່າວຈາກ:​ www.dailynews.co.th