ທະນາຄານໂລກກ່າວ! ໂຄວິດ-19 ເຮັດໃຫ້ເສດຖະກິດຂະຫຍາຍໂຕຊ້າລົງ

0
1313

ການຟື້ນຟູເສດຖະກິດ ຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຜະເຊີນທ່ວງທ່າຖອຍຫຼັງ.

ວໍຊິງຕັນ, ວັນທີ 27 ກັນຍາ 2021 ທີ່ຜ່ານມາ, ທະນາຄານໂລກ ກ່າວວ່າ: ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກແລະປາຊີຟິກ ໄດ້ຖືກຈໍາກັດຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕ້າ ເປັນຜົນເຮັດໃຫ້ຄົວເຮືອນ ແລະ ວິສາຫະກິດ ສືບຕໍ່ຜະເຊີນສະພາບຄວາມຫຍຸ້ງຍາກ ເຊິ່ງອາດຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ ແລະ ເຮັດໃຫ້ບັນຫາຄວາມບໍ່ສະເໝີພາບໃນສັງຄົມເພີ່ມສູງຂຶ້ນ.

ອີງຕາມບົດລາຍງານຫຼ້າສຸດໃຫ້ຮູ້ວ່າ: ຂອງພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໂດຍທະນາຄານໂລກ ເຫັນວ່າ: ກິດຈະກໍາເສດຖະກິດ ເລີ່ມມີທ່າຂະຫຍາຍຕົວຊ້າລົງ ໃນໄຕມາດທີສອງຂອງປີ 2021, ສ່ວນຕົວເລກຄາດຄະເນການຂະຫຍາຍຕົວທາງດ້ານເສດຖະກິດຂອງຫຼາຍປະເທດໃນພາກພື້ນ ກໍຖືກດັດປັບຕົວເລກລົງ, ເສດຖະກິດຂອງປະເທດຈີນ ໄດ້ຮັບການຄາດຄະເນວ່າ: ຈະຂະຫຍາຍຕົວທີ່ລະດັບ 8,5% ແຕ່ເສດຖະກິດ ຂອງປະເທດອື່ນໆໃນພາກພື້ນ ແມ່ນຖືກຄາດຄະເນວ່າ: ຈະຂະຫຍາຍຕົວພຽງ 2,5% ເຊິ່ງຕໍ່າກ່ວາເດືອນເມສາ 2021 ເຖິງສອງຈຸດສ່ວນຮ້ອຍ. ອັດຕາການຈ້າງງານ ແລະ ການມີສ່ວນຮ່ວມໃນກໍາລັງແຮງງານກໍ່ຫຼຸດລົງ ເຊິ່ງເຮັດໃຫ້ປະຊາກອນໃນພາກພື້ນ ປະມານ 24 ລ້ານຄົນ ຈະບໍ່ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້ ໃນປີ 2021.

ທ່ານຮອງປະທານທະນາຄານໂລກ ທີ່ຮັບຜິດຊອບພາກພື້ນອາຊີຕາເວັນອອກແລະປາຊີຟິກ, ທ່ານ ມານູແອວລາ ເຟີໂຣ (Manuela Ferro) ກ່າວວ່າ: “ການຟື້ນຟູເສດຖະກິດ ຂອງບັນດາປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກແລະປາຊີຟິກ ຜະເຊີນໂຊກຊະຕາຖອຍຫຼັງ”. “ເຖິງວ່າ ໃນປີ 2020 ພາກພື້ນສາມາດແກ້ໄຂບັນຫາການລະບາດຂອງໂຄວິດ-19 ໄດ້, ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ໃນປີ 2021 ຫຼຸດລົງ”.

ທ່ານ ອາດິດຢາ ມັດທູ (Aaditya Mattoo) ຫົວໜ້ານັກເສດຖະສາດ ທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກ ແລະປາຊີຟິກ ກ່າວວ່າ: “ການເລັ່ງສັກວັກຊີນ ແລະ ການກວດຫາເຊື້ອ ເພື່ອຄວບຄຸມການຕິດຕໍ່ຂອງພະຍາດໂຄວິດ-19 ຈະສາມາດຟື້ນຟູກິດຈະກໍາເສດຖະກິດໃຫ້ແກ່ບັນດາປະເທດ ທີ່ກໍາລັງພະເຊີນສະພາບຄວາມຫຍຸ້ງຍາກທາງເສດຖະກິດໄດ້ໄວສຸດພາຍໃນຫົກເດືອນຕົ້ນປີ ຂອງ ປີ 2022.

ບັນດາປະເທດໃນພາກພື້ນຕ້ອງຄວາມພະຍາຍາມຢ່າງເອົາຈິງເອົາຈັງເພື່ອແກ້ໄຂພະຍາດໂຄວິດ-19 ໃນໄລຍະຍາວຄື: (1) ແກ້ໄຂບັນຫາຄວາມລັງເລບໍ່ໄປສັກວັກຊີນ ແລະ ຕ້ອງກະຈາຍວັກຊີນໃຫ້ທົ່ວເຖິງ; (2) ປັບປຸງການກວດຫາເຊື້ອ, ການຕິດຕາມ, ແລະ ການແຍກປ່ຽວ; (3) ເພີ່ມການຜະລິດວັກຊີນພາຍໃນພາກພື້ນ ເພື່ອຫຼຸດຜ່ອນການນໍາເຂົ້າວັກຊີນຈາກພາກພື້ນອື່ນ; ແລະ (4) ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາ ເພື່ອໃຫ້ສາມາດຮັບມືກັບການສືບຕໍ່ຂອງພະຍາດດັ່ງກ່າວ.