ທຣໍ້າກ່າວວ່າຈີນພະຍາຍາມແຊກແຊງການເລືອກຕັ້ງໃນສະຫະລັດ

President Donald Trump pumps his first at the end of his speech after bring sworn in as the 45th president of the United States during the 58th Presidential Inauguration at the U.S. Capitol in Washington, Friday, Jan. 20, 2017. (AP Photo/Andrew Harnik)

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 26 ກັນຍາ 2018 ວ່າ ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Council: UNSC) ໃນວາລະພິເສດ ເມື່ອວັນພຸດວ່າ ຈີນກຳລັງພະຍາຍາມຢ່າງໜັກໃນທຸກວິທີທາງໃນການ “ສ້າງຄວາມປ່ຽນແປງ” ທາງການເມືອງຂອງສະຫະລັດ ເພື່ອຂັດຂວາງໄຊຊະນະຂອງພັກ ຣີພັບບຼິກັນ ໃນການເລືອກຕັ້ງກາງສະໄໝ ເຊິ່ງຈະຈັດຂຶ້ນໃນວັນທີ 6 ພະຈິກ 2018 ນີ້ ສາເຫດຈາກຄວາມຂັດແຍ້ງເລື່ອງການຄ້າລະຫວ່າງລັດຖະບານສະຫະລັດກັບລັດຖະບານປັກກິ່ງ.

ຂະນະດຽວກັນ, ທຣໍ້າຍັງໄດ້ກ່າວເຖິງຄວາມສຳພັນລະຫວ່າງເຂົາກັບປະທານາທິບໍດີ ສີ ຈິ້ນຜິງ ວ່າ “ອາດບໍ່ຖືເປັນເພື່ອນກັນອີກຕໍ່ໄປ” ແຕ່ເຊື່ອໝັ້ນວ່າຜູ້ນຳຈີນຈະຍັງມີຄວາມເຄົາລົບນັບຖືໃຫ້ແກ່ກັນ.

ທາງດ້ານ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວຕໍ່ທີ່ປະຊຸມຕອບໂຕ້ຄຳຖະແຫຼງຂອງທຣໍ້າໄປວ່າ “ລັດຖະບານຈີນບໍ່ເຄີຍມີຄວາມປະສົງໃນການແຊກແຊງກິດຈະການພາຍໃນຂອງປະເທດໃດ ຂໍ້ກ່າວຫາທັງໝົດຂອງສະຫະລັດບໍ່ມີມູນຄວາມຈິງ ແລະ ປາສະຈາກຫຼັກຖານ”. ທັງນີ້, ລັດຖະບານຈີນໄດ້ໃຊ້ມາດຕະການຕອບໂຕ້ກຳແພງພາສີສະຫະລັດແບບ “ຕາຕໍ່ຕາ ຟັນຕໍ່ຟັນ” ມາໂດຍຕະຫຼອດ.

ຢ່າງໃດກໍ່ຕາມ ຫຼັງຈາກສິ້ນສຸດກອງປະຊຸມ ທຣໍ້າໄດ້ສະແດງຫຼັກຖານ ດ້ວຍການທະວິດຂໍ້ຄວາມ ແລະ ຮູບກ່ຽວກັບການທີ່ບໍລິສັດ ໄຊນາ ເດລີ ເຊິ່ງເປັນໜຶ່ງໃນໜ່ວຍງານລັດວິສາຫະກິດດ້ານສື່ສານມວນຊົນຂອງຈີນ ຊື້ໂຄສະນາຫຼາຍເຖິງ 4 ໜ້າໃນໜັງສືພິມ “ດິມອຍ” ສະບັບວັນອາທິດທີ່ຜ່ານມາ ເຊິ່ງເປັນສື່ໃຫຍ່ຂອງລັດໄອໂອວາ ໜຶ່ງໃນລັດທີ່ເປັນສິວິງສະເຕດ (Swing State*)ຂອງການເລືອກຕັ້ງເກືອບທຸກລະດັບຂອງສະຫະລັດ  ແລະ ເປັນໜຶ່ງໃນລັດທີ່ສົ່ງອອກສິນຄ້າການກະເສດຫຼາຍຊະນິດໄປທີ່ຈີນ ເພື່ອຕີພິມ “ໂຄສະນາຊວນເຊື່ອ” ກ່ຽວກັບການຮ່ວມມື ແລະ ຜົນປະໂຫຍດທາງການຄ້າລະຫວ່າງສະຫະລັດກັບຈີນ.

 

*ໃນສະຫະລັດອາເມລິກາຈະມີສອງພັກໃຫຍ່, ແຕ່ລະພັກຈະມີລັດທີ່ເປັນຖານສຽງເລືອກຕັ້ງຂອງຕົນຢູ່, ແຕ່ວ່າກໍຈະມີບາງລັດທີ່ເປັນສະວິງສະເຕດ Swing State ເຊິ່ງເປັນລັດທີ່ບໍ່ໄດ້ເປັນຖານສຽງໃຫ້ພັກໃດ, ເຊິ່ງທັງສອງພັກຈະມີການແຂ່ງຂັນຫາສຽງໃນລັດທີ່ເປັນສະວິງສະເຕດນີ້ສູງກວ່າລັດອື່ນໆ ເພື່ອໃຫ້ຄະແນນໃນການເລືອກຕັ້ງຂອງຕົນສູງຂຶ້ນ

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ ແລະ ຮູບພາບປະກອບ: www.dailynews.co.th