“ທຣັມ-ຄິມ” ລົງນາມເຊັນເອກະສານປະຫວັດສາດ “ໂລກຈະໄດ້ເຫັນການປ່ຽນແປງຄັ້ງໃຫຍ່”

ເມື່ອວັນທີ 12 ມິຖຸນາ 2018 ທີ່ສິງກະໂປ ລາຍງານຈາກສຳນັກຂ່າວ CNN ເປີດເຜີຍວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ກ່າວໃນລະຫວ່າງພິທີລົງນາມຂໍ້ຕົກລົງອັນປະຫວັດສາດກັບທ່ານ ໂດນັລ ທຣັມ ວ່າ “ວັນນີ້ພວກເຮົາພົບປະກັນຄັ້ງປະຫວັດສາດ ແລະ ເລືອກທີ່ຈະຖິ້ມອະດີດໄວ້ທາງຫຼັງ ແລະ ຈະລົງນາມໃນເອກະສານທີ່ເປັນປະຫວັດສາດ ໂລກຈະໄດ້ເຫັນການປ່ຽນແປງຄັ້ງໃຫຍ່ ຂ້ອຍຢາກສະແດງຄວາມຊາບຊຶ້ງໃຈຕໍ່ປະທານາທິບໍດີ ໂດນັລ ທຣັມ ທີ່ເຮັດໃຫ້ການພົບປະນີ້ເກີດຂຶ້ນ ຂອບໃຈ”

ຈາກນັ້ນທ່ານ ໂດນັລ ທຣັມ ແລະ ທ່ານ ຄິມ ໄດ້ລົງນາມໃນເອກະສານຮ່ວມກັນ ແລະ ທັນໃດນັ້ນກໍ່ມີສື່ມວນຊົນຖາມວ່າ ທ່ານ ຄິມຕົກລົງທີ່ຈະປົດອາວຸດນິວເຄຣຍບໍ່? ທ່ານ ທຣັມ ໄດ້ຕອບວ່າ “ເຮົາຈະເລີ່ມຂະບວນການຢ່າງຮີບດ່ວນແນ່ນອນ” ຫຼັງຈາກນັ້ນກໍ່ມີຄຳຖາມຕາມມາອີກຈຳນວນໜຶ່ງ ແຕ່ທ່ານ ທຣັມ ຕອບຂຶ້ນມາວ່າ “ຈະໄດ້ເຫັນທຸກຢ່າງໃນອີກບໍ່ດົນ ໜັງສືທີ່ເຮົາກຳລັງລົງນາມນີ້ມີເນື້ອໃນຄວບຄຸມຫຼາຍເລື່ອງ ແລະ ຄິດວ່າທັງ 2 ຝັ່ງຈະປະທັບໃຈກັບຜົນລັບ ມີເຈດຕະນາທີ່ດີຫຼາຍສິ່ງໃນນີ້ ມີການກຽມພ້ອມອີກຫຼາຍສິ່ງ” 

ຜູ້ນຳສະຫະລັດກ່າວຕໍ່ໄປວ່າ “ຂ້ອຍຢາກຂອບໃຈຄົນຈາກທັງ 2 ຝ່າຍ ລັດຖະມົນຕີປອມເປໂອ ແລະ ລັດຖະມົນຕີຂອງອີກຝ່າຍທຸກຄົນ ພວກເຂົາວິເສດຫຼາຍ”

https://www.facebook.com/cnn/videos/10158436373571509/UzpfSTEwMjEyODc4MzMwNDAwOTo4ODE2OTE2NTIwMTQzODE/