“ທຣັມ” ກຽມເປີດຣີສອດສ່ວນຕົວຕ້ອນຮັບການມາຢ້ຽມຢາມຂອງ “ທ່ານ ສີ ຈິ້ນ ຜິງ”

In this photo taken Nov. 27, 2016, Mar-A Lago is seen from the media van window, in Palm Beach, Fla. A government watchdog will examine the taxpayer-funded travel costs when President Donald Trump travels to the Mar-a-Lago resort in Florida and the security procedures surrounding those trips, several congressional Democrats announced Tuesday, March 28, 2017. (AP Photo/Carolyn Kaster)

ເມື່ອວັນທີ 30 ມີນາ 2017 ເຄເອຟພີລາຍງານການເຄື່ອນໄຫວການນັດພົບກັນຂອງສອງຜູ້ນຳປະເທດມະຫາອຳນາດ ລະຫວ່າງປະທານາທິບໍດີ ສີ ຈິ້ນ ຜິງ ຂອງຈີນ ທີ່ເດີນທາງມາປະຊຸມຮ່ວມກັບທ່ານ ໂດນັລ ທຣັມ ປະທານາທິບໍດີ ສະຫະລັດ ອາເມລິກາ ທີ່ລັດຟໍຣິດາ ເຊິ່ງ ທ່ານ ໂດນັລ ທຣັມ ຈະເປີດຣີສອດສ່ວນຕົວຕ້ອນຮັບ ລະຫວ່າງວັນທີ 6-7 ເມສາ 2017 ທີ່ຈະຮອດນີ້.

ການມາຢ້ຽມຢາມໃນຄັ້ງນີ້ຈະມີຂຶ້ນຫຼັງຄວາມສຳພັນຂອງທັງສອງປະເທດບໍ່ຄ່ອຍດີປານໃດ ເນື່ອງຈາກວ່ານັບຕັ້ງແຕ່ ທ່ານ ໂດນັລ ທຣັມ ຂຶ້ນມາດຳລົງຕຳແໜ່ງຜູ້ນຳສະຫະລັດ ມັກຈະກ່າວໂຈມຕີນະໂຍບາຍການຄ້າຂອງຈີນຢູ່ປະຈຳ ຮວມໄປເຖິງການວິຈານທ່ານທີຂອງຈີນໃນການກົດດັນໂຄງການຈະຫຼວດນິວເຄຣຍຂອງເກົາຫຼີເໜືອ ແລະ ປະເດັນໄຕ້ຫວັນທີ່ສະຫະລັດມີທ່າທີຫວນກັບບໍ່ສະໜັບສະໜູນນະໂຍບາຍຈີນດຽວ

ນອກຈາກນີ້ແຜນການພົບກັນຂອງທັງສອງ ຍັງສືບເນື່ອງມາຈາກການພັດປ່ຽນກັນຢຽມຢາມຂອງເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ແລະ ທາງການຈີນ ເຖິງຢ່າງໃດກໍ່ຕາມມີການຄາດວ່າການພົບກັນຄັ້ງນີ້ຈະເປັນໂອກາດດີທີ່ເຮັດໃຫ້ຜູ້ນຳທັງສອງປະເທດທຳຄວາມຮູ້ຈັກກັນຫຼາຍຂຶ້ນ ເພື່ອປູທາງໄປສູ່ການພົບປະຫາລືໃນຄັ້ງຕໍ່ໆໄປ

“ການພົບກັນຂອງທັງສອງຝ່າຍອາດເປັນການປະນີປະນອມຕາມຍຸດທະສາດສະໝານນະສັນ ແລະ ອາດມີການແລກຂອງຂັວນທາງເສດຖະກິດກັນ ກ່ອນທີ່ບັນຫາດ້ານການຄ້າ ດານຍຸດທະສາດເໜືອພູມິພາດ ແລະ ປະເດັນເລື່ອງຊັບພະຍາກອນມະນຸດ”

1 COMMENT

  1. ການທີ່ທ່ານເປັນສື່ມວນຊົນ ຄວນນຳໃຊ້ພາສາລາວ ໃຫ້ຖືກຕ້ອງແດ່ ຂຽນຢ່າງລະມັດລະວັງ ລະອຽດຮອບຄອບ, ບໍ່ຄວນຢືມພາສາປະເທດອື່ນມາໃຊ້ ໂດຍບໍ່ຈຳເປັນ

Comments are closed.