ທຣັມກ່າວເຈລະຈາກັບເກົາຫຼີເໜືອ “ເສຍເວລາລ້າ”

(FILES) This file photo taken on September 27, 2017 shows US President Donald Trump speaking about tax reform at the Indiana Farm Bureau building on the Indiana State Fairgrounds in Indianapolis, Indiana. President Donald Trump has backed away from a threat to skip the summit with South East Asian leaders in the Philippines later this year, with the White House now saying he will attend. In a statement on September 29, 2017, the White House said that Trump will visit Manila as part of a bumper November 3-14 tour that will also include stops in China, Japan, South Korea, Vietnam and the US state of Hawaii.The announcement sets up the likelihood that Trump will meet controversial firebrand Filipino President Rodrigo Duterte. / AFP PHOTO / Brendan Smialowski

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 1 ຕຸລາ ວ່າ ປະທານາທິບໍດີ ໂດນັລ ທຣັມ ທະວິດຂໍ້ຄວາມເມື່ອວັນອາທິດ ວ່າເຂົາໄດ້ບອກກັບທ່ານ ເຣັກຊ໌ ທິລເລີສັນ ລັດຖະມົນຕີກະຊວງຕ່າງປະເທດ ວ່າກຳລັງເສຍເວລາລ້າກັບການເຈລະຈາກັບມະນຸດຈະຫຼວດນ້ອຍ ເຊິ່ງໝາຍເຖິງ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ

ການທະວິດດັ່ງກ່າວຂອງທຣັມໄດ້ມີຂຶ້ນ ຫຼັງທິລເລີສັນເຂົ້າພົບປະທານາທິບໍດີ ສີຈິ້ນຜິງ ແລະ ທ່ານ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ທີ່ນະຄອນຫຼວງ ປັກກິ່ງ ເມື່ອທ້າຍອາທິດທີ່ຜ່ານມາ ແລະ ກ່າວວ່າສະຫະລັດຍັງຄົງສະ ແຫວງຫາໂອກາດໃນການຕິດຕໍ່ໂດຍຕົງເພື່ອການເຈລະຈາກັບເກົາຫຼີເໜືອ ແຕ່ບໍ່ໄດ້ຮັບຄວາມສົນໃຈ ແລະ ການຕອບສະໜອງຂອງອີກຝ່ານ ຂະນະທີ່ສຳນັກຂ່າວເກົາຫຼີເໜືອ (ເຄຊີເອັນເອ) ຕອບໂຕ້ວ່າ ລັດຖະບານທຣັມດຳເນີນນະໂຍບາຍ “ຈິດຕະວິທະຍາແບບເກົ່າ” ທີ່ມີແຕ່ຈະເປັນ “ການຂ້າຕົວຕາຍໃຫ້ສະຫະລັດຕ້ອງໄໝ້ເປັນຝຸ່ນເທົ່ານັ້ນ”