ຖ້ວຍຮອງຮອບເດືອນ ທາງເລືອກໃໝ່ໃນການຮັກສາສິ່ງແວດລ້ອມ

ຖ້ວຍຮອງຮອບເດືອນ ຫຼື ປະຈຳເດີອນ ກຳລັງເປັນທາງເລືອກໃໝ່ໃນການຮັກສາສິ່ງແວດລ້ອມສຳລັບແມ່ຍິງແທ້ ຫຼື ບໍ່

ນາງ ວໍຣະນຸດ ສຸກແສງ ສາວຊາວໄທ ອາຍຸ 30 ປີ ພະນັກງານບໍລິສັດພັດທະນາຊອຟແວເກມໃນຊຽງໃໝ່ ເປີດໃຈເລົ່າປະສົບການໃນການໃຊ້ຖວຍຮອງປະຈຳເດືອນດົນກວ່າ 1 ປີໃຫ້ທຸກຄົນໄດ້ຟັງ.

ຖ້ວຍຮອງປະຈຳເດືອນ (Menstrual Cup) ຜະລິດມາຈາກຊິລິໂຄນທາງການແພດ ຫຼື ຢາງຊະນິດອ່ອນ ໄດ້ໃບຮັບຮອງວ່າ “ບໍ່ເຮັດໃຫ້ເກີດການແພ້” ຊຶ່ງນຳເຂົ້າຈາກປະເທດເດນມາກ ສຳລັບຖ້ວຍແມ່ນມີລັກສະນະເປັນຊົງກະຈວຍ ໃຊ້ສອດເຂົ້າໄປໃນຊ່ອງຄອດໃນໄລຍະມີປະຈຳເດືອນເພື່ອຮອງຮັບເລືອດ.

ນາງ ວໍຣະນຸດ ເລົ່າວ່າ ຖ້ວຍຮອງປະຈຳເດືອນນີ້ເປັນສິ່ງທີ່ແປກໃໝ່ ເປັນນະວັດຕະນະກຳໃໝ່ທີ່ຊ່ວຍປ່ຽນແປງ ແລະ ສ້າງຜົນປະໂຫຍດຕໍ່ສິ່ງແວດລ້ອມ ພ້ອມທັງປະຢັດງົບປະມານໃນການຊື້ຜ້າອານະໄມໄດ້ຫຼາຍເທົ່າ ກ່ອນທີ່ນາງຈະຕັດສິນໃຈສັ່ງຊື້ ນາງ ວໍຣະນຸດ ໄດ້ມີການສຶກສາຂໍ້ມູນຈາກທາງອິນເຕີເນັດ ອ່ານຄຳຄອມເມ້ນຂອງແມ່ຍິງທີ່ເຄີຍໃຊ້ໃນຕ່າງປະເທດ ຈຶ່ງຕັດສິນໃຈຊື້ຖ້ວຍຮອງປະຈຳເດືອນນັ້ນຈົນໃຊ້ມາຮອດປັດຈຸບັນ ຊຶ່ງນັບເປັນເວລາກວ່າ 1 ປີແລ້ວ.

ຖ້ວຍຮອງປະຈຳເດືອນລາຄາ 275.000 ກີບ ຊຶ່ງອາດມີລາຄາສູງກວ່າຜ້າອານາໄມຫຼາຍເທົ່າ ແຕ່ຖ້ວຍຮອງປະຈຳເດືອນສາມາດລ້າງ ແລະ ນຳກັບມາໃຊ້ໃໝ່ໄດ້ ແລະ ມີອາຍຸການໃຊ້ງານດົນກວ່າ 10 ປີ ເຮັດໃຫ້ສາມາດປະຢັດເງິນໄດ້ໃນໄລຍະຍາວ ພ້ອມມັນຍັງຊ່ວຍຫຼຸດປະລິມານຂີ້ເຫຍື້ອຈາກຜ້າອະນາໄມທີ່ໃຊ້ແລ້ວໄດ້ອີກດ້ວຍ ສ່ວນການປ່ຽນຖ້ວຍປະຈຳເດືອນແມ່ນນາງຈະປ່ຽນແຕ່ຕອນ ເຊົ້າກັບກ່ອນນອນເທົ່ານັ້ນ.

ບົດຄວາມເລື່ອງການໃຊ້ຖ້ວຍຮອງປະຈຳເດືອນຂອງຄົນໃນທະວີບອາຟຣິກາທີ່ບີບີໄທເຜີຍແຜ່ເມື່ອວັນທີ 28 ພຶດສະພາ 2019 ມີຜູ້ເຂົ້າມາສະແດງຄວາມຄິດເຫັນກວ່າ 1.100 ຄົນ ໂດຍມີແມ່ຍິງທີ່ເຄີຍໃຊ້ເຂົ້າມາເລົ່າປະສົບການໃນການນຳໃຊ້ຖ້ວຍຮອງປະຈຳເດືອນເຊັ່ນກັນ ແຕ່ກໍມີຄົນຈຳນວນບໍ່ໜ້ອຍທີ່ບໍ່ສາມາດໃຊ້ຖ້ວຍຮອງປະຈຳເດືອນໄດ້ດ້ວຍຂໍ້ຈຳກັດບາງຢ່າງບໍ່ວ່າຈະເປັນ “ໃສ່ແລ້ວດຶງບໍ່ອອກ” ບໍ່ກ້າໃສ່ ຫຼື ຕອນຖອດອອກຮູ້ສຶກທໍລະມານຫຼາຍ ຂະະທີ່ ນາງ ວໍຣະນຸດ ກໍເຄີຍພົບບັນຫາແບບດຽວກັນຄື ຖອດອອກຍາກ ການຊຶມຊັບ ໂດຍສະເພາະໃນວັນທີ່ປະຈຳເດືອນມາແຮງແຕ່ເມື່ອໃຊ້ມາໄດ້ປະມານ 1 ປີ ວໍຣະນຸດ ກັບຄິດວ່າຜົນທີ່ໄດ້ກວ່າການຫຼຸດປະລິມານຂີ້ເຫຍື້ອນັ້ນກໍຄືຄວາມໂລ່ງສະບາຍ ການໄດ້ຮູ້ຈັກຮ່າງກາຍຂອງຕົນເອງຫຼາຍຂຶ້ນ ໄດ້ເຫັນເລືອດທີ່ອອກມານັນມີລັກສະນະແນວໃດ.

ຜູ້ຈຳໜ່າຍຖ້ວຍຮອງປະຈຳເດືອນໃຫ້ຮູ້ຕື່ມວ່າ ຖ້ວຍຮອງປະຈຳເດືອນມີຫຼາຍຂະໜາດ ແລະ ຮູບຊົງແຕກຕ່າງກັນ ຜູ້ທີ່ຈະສັ່ງຕ້ອງສຳຫຼວດຕົວເອງກ່ອນວ່າເໝາະກັບຖວຍຮູບຊົງແບບໃດເພາະມີທັງແບບເປັນຫ່ວງ ແບບຮູບຊົງກວາຍ ຕາມສະພາບຊ່ອງຄອດຂອງແຕ່ລະຄົນ ແຕ່ຫຼັກໆທີ່ຈຳໜ່າຍຈະມີຢູ່ 2 ປະເພດຄື ສຳລັບແມ່ຍິງທົ່ວໄປ ແລະ ແມ່ຍິງທີ່ຜ່ານການເກີດລູກແບບທຳມະຊາດ.

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: www.bbc.com