ຕຳຫຼວດຮູ້ຕົວຜູ້ຕ້ອງສົງໄສ ເລັ່ງນຳຈັບ ຜູ້ກໍ່ເຫດປຸ້ນຊັບຢູ່ຕະຫຼາດສວນມອນແລ້ວ!

28e8bba78ff92ebdc5625d9abe485710
ທ່ານ ພັນ​ໂທ ທອງ​ສະ­ຫວາດ ແສນສຸ​ວາດ ຮອງ​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງຈັນ

 

ກອງບັນຊາການ ປກສ ນະຄອອນຫຼວງວຽງຈັນ ໄດ້ມອບໝາຍໃຫ້ ປກສ ເມືອງສີສັດຕະນາກ ເລັ່ງຕິດຕາມຕົວ

ຄົນຮ້າຍ ທີ່ກໍ່ເຫດປຸ້ນຄອບຄົວຄົນຍາມຕະຫຼາດສວນມອນ ເມື່ອຄືນວັນທີ 25 ກໍລະກົດຜ່ານມາ ເປັນເຫດໃຫ້ຜູ້

ເປັນເມຍເສຍຊີວິດ, ສ່ວນຜົວ ແລະ ລູກໜຶ່ງຄົນໄດ້ຮັບບາດເຈັບສາຫັດ.

 

ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງ

ວຽງຈັນ ໃຫ້ຮູ້ວ່າ: ຄືນວັນທີ 25 ກໍລະກົດນີ້ ໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງ ເຂົ້າທຳຮ້າຍຫ່າງກາຍຄອບຄົວຍາມຕະ

ຫຼາດສວນມອນ ສົ່ງຜົນໃຫ້ຜູ້ເປັນເມຍຄື: ນາງ ມະນີວັນ ເສຍຊີວິດ, ສ່ວນຜູ້ເປັນຜົວຊື່ ທ້າວ ສຸກັນ ອາຍຸ 48 ປີ

ແລະ ລູກສາວສອງຄົນໄດ້ຮັບບາດເຈັບ, ຊຶ່ງເຫດການດັ່ງກ່າວໄດ້ສ້າງຄວາມຕົກຕື່ນຢ້ານກົວໃຫ້ປະຊາຊົນທີ່ຢູ່ໃກ້

ຄຽງ.

 

ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ໃຫ້ທັດສະນະວ່າ: ຈາກເຫດການນີ້ ອາດເປັນການປຸ້ນຊັບ, ເພາະເນື່ອງ

ຈາກຄອບຄົວດັ່ງກ່າວ ໄດ້ເງີນຫວຍມາຈຳນວນໜຶ່ງ ແລະ ໄດ້ເກັບທ້ອນຊັບສິນເງີນຄຳໄວ້ກັບຕົວ ກ່ອນຈະມີຄົນ

ຮ້າຍມາປຸ້ນເອົາໄປ, ຊຶ່ງປັດຈຸບັນກຳລັງເຈົ້າໜ້າທີ່ ພວມເລັ່ງຕິດຕາມເປົ້າໝາຍມາດຳເນີນຄະດີ, ໂດຍຜ່ານການ

ເກັບກຳຂໍ້ມູນຫຼັກຖານ ແລະ ພະຍານທີ່ຢູ່ໃກ້ຄຽງ ສາມາດຮູ້ຕົວຜູ້ຕ້ອງສົງໃສຄົນໜຶ່ງແລ້ວ ເຊິ່ງເປັນກຳມະກອນ

ທີ່ກຳລັງລີ້ຕົວຈາກການຈັບກຸມຂອງເຈົ້າໜ້າທີ່.

 

ແຫຼ່ງຂ່າວ ໜັງສືພິມລາວພັດທະນາ