ຕຳຫຼວດລາວ ຈັບກຸມ ແລະຢຶດໄມ້ ທີ່ລັກລອບຕັດ ໃນເຂດ ປ່າສະຫງວນ ແຫ່ງຊາດ

0
2033
ຕຳຫຼວດລາວ ຈັບກຸມ ແລະຢຶດໄມ້ ທີ່ລັກລອບຕັດ ໃນເຂດ ປ່າສະຫງວນ ແຫ່ງຊາດ
ຕຳຫຼວດລາວ ຈັບກຸມ ແລະຢຶດໄມ້ ທີ່ລັກລອບຕັດ ໃນເຂດ ປ່າສະຫງວນ ແຫ່ງຊາດ

ທາງການຕຳຫລວດລາວຈັບກຸມ ແລະຢຶດໄມ້ ທີ່ລັກລອບຕັດໃນເຂດປ່າສະຫງວນແຫ່ງຊາດໄດ້
ໃນປະລິມານລວມຫຼາຍກວ່າ 8 ແສນແມັດກ້ອນ ໃນຊ່ວງ 6 ເດືອນທຳອິດຂອງແຜນການປະຈຳ
ປີ 2013-2014 ນີ້.

ກະຊວງກະສິກຳ ປ່າໄມ້ ລາຍງານວ່າ ໜ່ວຍສະເພາະກິດ ຂອງຕຳຫລວດລາວສາມາດຈັບກຸມແລະຢຶດໄມ້
ທີ່ລັກລອບຕັດໂດຍຜິດກົດໝາຍໄດ້ ຫຼາຍກວ່າ 8 ແສນແມັດກ້ອນ ໃນຊ່ວງ 6 ເດືອນທຳອິດ
ຂອງແຜນການປະຈຳປີ 2013-2014 ນີ້ ໂດຍໄມ້ທີ່ຢຶດໄດ້ດັ່ງກ່າວ ຖືເປັນປະລິມານ ທີ່ຫຼາຍກວ່າໄມ້ທີ່ຖືກ
ຕັດຢ່າງຖືກຕ້ອງຕາມກົດໝາຍ ໃນລະຍະດຽວກັນນີ້ເຖິງ 8 ເທົ່າ.

ທັງນີ້ກໍເນື່ອງຈາກວ່າ ໃນຕະຫຼອດແຜນການປີ 2013-2014 ນີ້ ລັດຖະບານລາວ ໄດ້ອະນຸມັດໂຄຕາການຕັດໄມ້
ຄິດເປັນປະລິມານລວມ ຫຼາຍກວ່າ 1 ລ້ານແມັນກ້ອນ ໃນທົ່ວປະເທດ ໂດຍໃນນີ້ກໍແບ່ງເປັນໂຄຕາໄມ້
ປົກກະຕິ 580,071 ແມັດກ້ອນ ແລະໂຄຕາໄມ້ພິເສດ ທີ່ຕ້ອງຕັດອອກຈາກ ເຂດພັດທະນາໂຄງການຕ່າງໆ
ໃນປະລິມານລວມ 446,783 ແມັດກ້ອນ.

ຫາກແຕ່ວ່າຈາກການຈັດຕັ້ງປະຕິບັດໃນລະຍະ 6 ເດືອນທຳອິດ ຂອງແຜນການ ກໍຄື ນັບແຕ່ເດືອນ
ຕຸລາ 2013 ເຖິງເດືອນມີນາ 2014 ນີ້ ກໍປະກົດວ່າໄດ້ຕັດໄມ້ ໃນລະບົບໂຄຕາປົກກະຕິໄປແລ້ວ 69,888 ແມັດກ້ອນ
ຫຼືຄິດເປັນ 12 ເປີເຊັນ ຂອງແຜນການປີເທົ່ານັ້ນ ສ່ວນໄມ້ໃນລະບົບໂຄຕາພິເສດ ກໍໄດ້ຕັດໄປແລ້ວ 58,142 ແມັດກ້ອນ
ຫຼືຄິດເປັນພຽງແຕ່ 13 ເປີເຊັນ ຂອງແຜນການຕະຫຼອດປີເທົ່ານັ້ນ.