ຕຳຫຼວດຟີລິບຈັບຜູ້ສົງໃສກໍ່ເຫດຂົ່ມຂືນ-ຂ້າ ນາງງາມຟິລິບປິນໄດ້ 3 ຄົນ! ຍັງອີກ 8 ຄົນກຳລັງຫຼົບໜີ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ (5 ມັງກອນ) Christine Angelica Dacera, ຮອງຊະນະ ເລີດອັນດັບ 1 Miss Silva Davao 2017, ອາຍຸ 23 ປີ, ເຊິ່ງມີອາຊີບເປັນສາວການບິນ ຖືກພົບເປັນສົບໃນອ່າງອາບນໍ້າ ຂອງໂຮງແຮມແຫ່ງໜຶ່ງ ໃນເຂດມາກາຕີ້ ເມືອງມານິລາ ປະເທດຟິລິບປິນ ເຊິ່ງຕຳຫຼວດຄາດຄະເນວ່າ ນາງອາດຈະຖືກຂົ່ມຂືນ ແລະ ຄາດຕະກຳ ໃນງານລ້ຽງປີໃໝ່ ເພາະວ່າພວກເຂົາພົບເຫັນຮ່ອງຮອຍຂອງການລ່ວງລະເມີດທາງເພດ.

ລາຍງານລະບຸວ່າ Christine Angelica Dacera ຢູ່ກັບໝູ່ເພື່ອນ ຫຼາຍຄົນໃນງານລ້ຽງໄດ້ສະຫຼອງປີໃໝ່ ຕຳຫຼວດຄາດຄະເນວ່ານາງຖືກຢາ ແລະ ຖືກຂົ່ມຂືນ. ຫຼັງຈາກກວດພົບຄາບອະສຸຈິໃນອະໄວຍະວະເພດ ຕາມຮ່າງກາຍມີຮອຍຂີດຂ່ວນ ແລະ ຫຸ້ມເລືອດ. ຜູ້ຕ້ອງສົງໄສແມ່ນຜູ້ຊາຍ 11 ຄົນທີ່ເຫັນວ່າຢູ່ກັບນາງໃນມື້ທີ່ນາງເສຍຊີວິດ.

ປັດຈຸບັນ, ຕຳຫຼວດສາມາດຈັບກຸມຕົວຜູ້ຕ້ອງຫາກໍ່ເຫດໄດ້ພຽງ 3 ຄົນ ແລະ ຢູ່ໃນລະຫວ່າງການຕິດຕາມຂອງເຈົ້າໜ້າທີ່ 8 ຄົນ.

ທັງນີ້, ຈາກເຫດການດັ່ງກ່າວເຮັດໃຫ້ໂລກໂຊຊຽວຂອງຟິລິບປິນໄດ້ສະແດງພະລັງຮຽກຮ້ອງຄວາມຍດຕິທຳໃຫ້ກັບການຕາຍຂອງ Christine Angelica Dacera ເຮັດໃຫ້ເກີດແຮສແທັກ #JusticeForChristineDacera ແລະ #ProtectDrunkGirls ຂຶ້ນເທຣນທະວີດເຕີອັນດັບ 1 ຂອງຟີລິບປິນ.

ຮຽບຮຽງຂ່າວ: ພຸດສະດີ