ຕາບອດຄຳຊ້າງ

 

ສະບາຍດີເພື່ອນຜູ້ອ່ານ ກັບມາພົບກັນອີກໃນຄໍລ່ຳ ຄຳສຸພາສິດ ເຊິ່ງເປັນຄໍລ່ຳທີ່ຈະນຳເອົາຄຳສຸພາສິດ, ຄຳຜະຫຍາ, ຄຳປິດສະໜາ ແລະຄຳຄົມຕ່າງໆ ມານຳສະເໜີ ໃນຫຼາກຫຼາຍແງ່ມູມ ທີ່ທ່ານຜູ້ອ່ານອາດຈະຮູ້ຫຼືບໍ່ເຄີຍຮູ້ມາກ່ອນ ທັງນີ້ ກໍເພື່ອໃຫ້ເພື່ອນຜູ້ອ່ານໄດ້ຕີຄວາມໝາຍຂອງຄຳເຫຼົ່ານັ້ນໄດ້ຢ່າງຖືກຕ້ອງ ຫຼືໄດ້ເຫັນອີກແງ່ມູມໜຶ່ງທີ່ແຕກຕ່າງຈາກທີ່ທ່ານເຄີຍຄິດໄວ້ກໍໄດ້. ມາພົບກັນສະບັບນີ້ ມີຄຳເວົ້າທີ່ວ່າ “ຕາບອດຄຳຊ້າງ” ມານໍາສະເໜີ ເຊິ່ງຈະມີຄວາມໝາຍຈັ່ງໃດເຊີນທ່ານຜູ້ອ່ານສໍາຜັດໄດ້ແລ້ວໃນຫຍໍ້ໜ້າຕໍ່ລົງໄປນີ້.

ຕາບອດ ໝາຍເຖິງຕາບໍ່ເຫັນຮຸ່ງ ບໍ່ສາມາດສຳຜັດຕໍ່ວັດຖຸສິ່ງຂອງໃດໆ ໄດ້ດ້ວຍຕາ ບໍ່ສາມາດຮູ້ຮູບຮ່າງແລະສີສັນຂອງວັດຖຸສິ່ງຂອງໄດ້ຢ່າງຖືກຕ້ອງແລະລະອຽດໄດ້ ຄືກັນກັບຄົນທີ່ບໍ່ມີປັນຍາກໍຍ່ອມຈະເບິ່ງບັນຫາໃດໆ ບໍ່ອອກ, ບໍ່ສາມາດທີ່ຈະປະຕິບັດພາລະໜ້າທີ່ໃຫ້ສຳເລັດໄດ້ດ້ວຍຄວາມວ່ອງໄວແລະປາສະຈາກຄວາມຜິດພາດໄດ້.

ມີບ້ານແຫ່ງໜຶ່ງ ຊື່ວ່າບ້ານ ສີຊົມຊື່ນ ບ້ານນີ້ມີ 6 ໜ່ວຍ ຜູ້ຄົນໃນບ້ານນີ້ທຸກຄົນລ້ວນແຕ່ເປັນຄົນຕາບອດ, ຢູ່ມາມື້ໜຶ່ງຄວານຊ້າງໄດ້ເດິນທາງຜ່ານໄປຍັງບ້ານ ສີຊົມຊື່ນ ກໍພໍດີຕາເວັນຕົກ ທ້ອງຟ້າໃກ້ຊິມືດ ກໍເລີຍຕັດສິນໃຈຂໍນອນພັກຢູ່ບ້ານແຫ່ງນັ້ນກ່ອນ ເພື່ອຮຸ່ງເຊົ້າມື້ອື່ນຈຶ່ງຈະເດິນທາງຕໍ່. ຄວານຊ້າງໄດ້ໄປຂໍອະນຸຍາດຈາກນາຍບ້ານ ສີຊົມຊື່ນ, ນາຍບ້ານສີຊົມຊື່ນກໍຍິນດີໃຫ້ນອນພັກໄດ້ ແຕ່ຂໍໃຫ້ປະຊາຊົນພາຍໃນບ້ານໄດ້ສຳຜັດກັບຊ້າງ ເພື່ອໃຫ້ຮູ້ວ່າຊ້າງເປັນໂຕຈັ່ງໃດ ເພາະບໍ່ເຄີຍເຫັນແລະບໍ່ເຄີຍຄຳເບິ່ງຈັກເທື່ອ ເຄີຍໄດ້ຍິນແຕ່ຊື່. ຄວານຊ້າງກໍເຫັນດີຄືກັນ ແຕ່ຄັນຊິໃຫ້ຄົນໝົດບ້ານມາລູບຄຳຊ້າງຂອງຕົນ ກໍຢ້ານຊ້າງຈະຕົກໃຈ ຈຶ່ງບອກນາຍບ້ານສີຊົມຊື່ນວ່າ ໃຫ້ເລືອກເອົາແຕ່ລະຫົວໜ້າໜ່ວຍມາຄຳຊ້າງຂອງຕົນ ແລ້ວຈຶ່ງເອົາໄປເລົ່າຕໍ່ລູກບ້ານຂອງຕົນຟັງ. ຝ່າຍນາຍບ້ານກໍເຫັນດີ ແລ້ວກໍສັ່ງໃຫ້ຫົວໜ້າໜ່ວຍທັງ 6 ໜ່ວຍ(ໜ່ວຍລະຄົນ) ເພື່ອມາຄຳເບິ່ງຊ້າງ.

ການຄຳຊ້າງຜ່ານພົ້ນໄປ ແລ້ວກໍໄດ້ເອີ້ນປະຊາຊົນໝົດບ້ານມາຟັງຄຳເລົ່າຂອງບັນດາຫົວໜ້າໜ່ວຍທີ່ໄປຄຳຊ້າງມາ ດັ່ງນີ້:

–      ຫົວໜ້າໜ່ວຍ 1 ເຂົາຜູ້ນີ້ຄຳຖືກງວງຂອງຊ້າງ ຈຶ່ງເລົ່າວ່າຊ້າງກໍຄືກັນກັບໂຕງູໃຫຍ່ໆ

–      ຫົວໜ້າໜ່ວຍ 2 ເຂົາເຂົາຜູ້ນີ້ໄດ້ຄຳຖືກງາຂອງຊ້າງ ຈຶ່ງຖຽງຂຶ້ນມາວ່າ ແມ່ນໃຜວ່າຊ້າງຊືງູ ຊ້າງມັນກໍແຫຼມຄືກັບປາຍຫອກຊັ້ນຕົ໋ວ !.

–      ຫົວໜ້າໜ່ວຍ 3 ເຂົາຜູ້ນີ້ໄດ້ຄຳຖືກຂາຊ້າງ ກໍເລີຍຖຽງຂຶ້ນມາອີກວ່າ ຊ້າງບໍ່ຄືງູ ແລະກໍບໍ່ຄືຫອກດອກ ມັນຄືຕົ້ນໄມ້ນີ້ລະ.

–      ຫົວໜ້າໜ່ວຍ 4 ລາວຜູ້ນີ້ພັດຄຳຖືກຫູຊ້າງ ກໍຖຽງຂຶ້ນທັນທີວ່າ ໂອ້ຍພວກເຈົ້າເອີຍ! ຊ້າງມັນບໍ່ຄືພວກເຈົ້າເວົ້າດອກ ຊ້າງມັນຄືກັບໃບບົວນີ້ຕົ໋ວ!.

–      ຫົວໜ້າໜ່ວຍ 5 ລາວຜູ້ນີ້ຄຳຖືກຂ້າງຂອງໂຕຊ້າງ ລາວຈຶ່ງເວົ້າຂຶ້ນວ່າ ພີ້ໆ ຟັງຂ້ອຍພີ້ ຊ້າງມັນກໍຄືກັນກັບຝາເຮືອນຊັ້ນຕົວ!.

–      ຫົວໜ້າໜ່ວຍ 6 ລາວຜູ້ນີ້ພັດຄຳຖືກປາຍຫາງຂອງຊ້າງ ລາວຈຶ່ງຮ້າຍຂຶ້ນວ່າ ພວກເຈົ້າທັງ 5 ຄົນເວົ້າມາຫັ້ນນະ ມັນບໍ່ຖືກຈັກຄົນ ຊ້າງບໍ່ໄດ້ຄື ງູ, ບໍ່ໄດ້ຄື ຫອກ, ບໍ່ໄດ້ຄື ຕົ້ນໄມ້, ບໍ່ຄື ໃບບົວ ແລະກໍບໍ່ຄືກັບ ຝາເຮືອນ ເດັດຂາດ, ຊ້າງຕ້ອງຄືກັນກັບຟອຍປັດເຮືອນນີ້ລະ!.

ຈາກການເລົ່າຂອງຫົວໜ້າໜ່ວຍທັງ 6 ໄດ້ເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານເກີດຄວາມສັບສົນ ແລະບໍ່ເຊື່ອໝັ້ນຕໍ່ຫົວໜ້າໜ່ວຍ ພ້ອມທັງໄດ້ເກີດຄວາມວຸ່ນວາຍຂຶ້ນໃນບ້ານຍ້ອນການຖົກຖຽງກັນເລື່ອງຊ້າງ.

ຄຳສຸພາສິດນີ້ ໄດ້ມາຈາກນິທານທີ່ມີຊື່ວ່າ ຕາບອດຄຳຊ້າງ ເຊິ່ງມີຄວາມໝາຍວ່າ ບຸກຄົນທີ່ມີຄວາມຮູ້ໜ້ອຍ ເບິ່ງບັນຫາດ້ານດຽວ ຈະສະຫຼຸບຫຼືຕີລາຄາບັນຫາໃດໆ ກໍຈະຖືກໆຜິດໆ ຍ້ອນບໍ່ມີຄວາມຮອບຮູ້, ວິທີແກ້ບັນຫານີ້ຄືການຮຽນຮູ້ໃຫ້ຫຼາຍ ຄິດໃຫ້ຮອບຄອບ ແລະຟັງສຽງຂອງຜູ້ອື່ນຫຼາຍໆຄົນ ຄືກັນກັບນິທານທີ່ເລົ່າມາຂ້າງເທິງ ຖ້າຫາກລວມເອົາຄຳເລົ່າຂອງຫົວໜ້າໜ່ວຍທັງ 6 ຄົນ ມາປະກອບເຂົ້າກັນກໍເກືອບວ່າຈະເປັນຊ້າງຢ່າງສົມບູນແບບ. ການເບິ່ງບັນຫາດ້ານດຽວ ແລະຄິດວ່າໂຕເອງຖືກຫຼືເກັ່ງຢູ່ຄົນດຽວ ເປັນຫົນທາງສູ່ຫາຍະນະ ຜູ້ຄົນຈະບໍ່ເຄົາລົບນັບຖື ເພາະຄົນເຮົາບໍ່ແມ່ນເທວະດາຈຶ່ງຈະຮູ້ໄດ້ທຸກເລື່ອງຢ່າງຮອບຄອບທຸກດ້ານ ການຟັງຄຳເຫັນຈາກຫຼາຍໆຄົນຈຶ່ງຈະເປັນເລື່ອງທີ່ດີ ຄືດັ່ງຄຳສຸພາສິດລາວບົດໜຶ່ງທີ່ວ່າ : ໄມ້ຫຼັກດຽວລ້ອມຮົ້ວບໍ່ໄຄວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ.

ໂດຍ: ແອັດມິນຊຽງ