ດ່ວນ! ແຜ່ນດິນໄຫວຢູ່ຊິລີ ແລະ ບຣາຊິນ ມີເຕືອນໄພຄື້ນຍັກສຶນາມິຫລາຍປະເທດ!

558000010882401

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ເກີດເຫດແຜ່ນດິນໄຫວຂະໜາດ 8.3 ແມັກນິຈູດ ຄວາມເລິກ 25 ກິໂລແມັດ ທາງຊາຍຝັ່ງປະເທດຊິລີ ຫ່າງຈາກນະຄອນຫລວງຊານຕິອາໂກ ໄປທາງທິດຕາເວັນຕົກສຽງເໜືອປະມານ 232 ກິໂລແມັດ ໃນເວລາ 19:54 ໂມງຕາມເວລາໃນທ້ອງຖິ່ນ ຊຶ່ງກົງກັບເວລາ 05:54 ໂມງຂອງມື້ນີ້ (17 ກັນຍາ) ຕາມເວລາໃນປະເທດລາວ, ຈາກນັ້ນໃນເວລາ 05:57 ໂມງ (ຕາມເວລາໃນປະເທດລາວ) ໄດ້ເກີດແຜ່ນດິນໄຫວເທິງບົກ ຂະໜາດ 6.8 ແມັກນິຈູດ ໃນຄວາມເລິກ 10​ ກິໂລແມັດ ທີ່ປະເທດບຣາຊິນ ເຮັດໃຫ້ສູນທໍລະນີວິທະຍາຂອງສະຫະລັດອາເມຣິກາ ໄດ້ສັ່ງອົບພະຍົບປະຊາຊົນຕາມແນວຊາຍຝັ່ງ ແລະ ເຕືອນໃຫ້ເຝົ້າລະວັງການເກີດຄື້ນຍັກສຶນາມິຢູ່ບໍລິເວນຊາຍຝັ່ງປະເທດຊິີລີ, ເປຣູ ແລະ ລັດຮາວາຍຂອງສະຫະລັດອາເມຣິກາ.

ຫລ້າສຸດ ຕາມການລາຍງານຂອງແຫລ່ງຂ່າວໄດ້ລະບຸວ່າ ເຫດແຜ່ນດິນໄຫວຢູ່ປະເທດຊິລີຄັ້ງນີ້ ເບື້ອງຕົ້ນມີຜູ້ເສຍຊີວິດແລ້ວ 1 ຄົນ ຈາກກຳແພງພັງລົງມາທັບ ແະລ ມີອີກ 15 ຄົນ ໄດ້ຮັບບາດເຈັບ ພ້ອມເຮືອນຊານຕຶກອາຄານຕ່າງໆກໍໄດ້ຮັບຄວາມເສຍຫາຍ.