ດີຕ້ອງບອກຕໍ່! ກ້ອງຕິດລົດ ONEMASTER M-LITE ໂຕນ້ອຍ ໃຊ້ແລ້ວດີ!

Onemaster-1-
Onemaster-1-

ການອອກແບບ

ການອອກແບບຈາກທີ່ເຫັນນັ້ນເບິ່ງງາມດີ ກ້ອງນູນອອກມາບໍ່ຫຼາຍ ຂະໜາດນ້ອຍກະທັດຮັດ. ວັດສະດຸຂອງໂຕກ້ອງເປັນອາລູມີນຽມ ເບິ່ງພຣີມຽມ ແຂງແນງດ້ານໜ້າໂຕເຄື່ອງ ມາພ້ອມກັບເລນກ້ອງມຸມກວ້າງ 160 ອົງສາ, ສີໂຄຣມຽມເຄືອບເງົາ, ເບິ່ງຫຼູຫຼາ ພຣີມຽມດີ, ຂອບເລນຕັດສິເງິນ, ທາງເທິງດ້ານຊ້າຍເປັນຊ່ອງລະບາຍອາກາດ, ທາງເທິງດ້ານຂວາ ເປັນໄຟແຟລສ. ສ່ວນໂລໂກ້ແບຣນຈະຢູ່ທາງກາງດ້ານລຸ່ມຂະໜາດກຳລັງດີ.

ດ້ານຫຼັງມີໜ້າຈໍຂະໜາດ 2.4 ນິ້ວ LCD ທີ່ມີຄວາມສະຫວ່າງກຳລັງດີ. ປຸ່ມເມນູຈະຢູ່ດ້ານເທິງຊ້າຍມື, ສ່ວນດ້ານຂວາຈະເປັນໃນສ່ວນການເລື່ອນຂຶ້ນ-ລົງ. ສ່ວນປຸ່ມໃຫຍ່ໆທາງກາງດ້ານລຸ່ມນັ້ນຈະເປັນໃນສ່ວນ ການເປີດ-ປິດເຄື່ອງ ແລະ ເປັນປຸ່ມຕົກລົງ.

ດ້ານລຸ້ທໃຊ້າຍຂອງໂຕກ້ອງ ເປັນຊ່ອງສຳຫຼັບໃສ່ໜ່ວຍຄວາມຈໍາ ຫຼື Micro-SD Card ສຳລັບຄວາມຈຸຮອງຮັບສູງສຸດໃນສ່ວນຂອງ Micro-SD Card

ໃນສ່ວນຂອງຂອບດ້ານເທິງໂຕກ້ອງຈະເປັນພອດສຽບສາກໄຟເຂົ້າແບບ Mini USB

SPEC ONEMASTER M-Lite
ໜ້າຈໍ LCD 2.4 นิ้ว
Chipset : 1296P 30FPS/ JL 5601
ເຊັນເຊີ້ : GC2023/25MM 1/3 inch Sensitive Area
ຂໍ້ມູນເລນ : 6Glass Lens, F2.0 , 160° wide , Recording 4 lane view
ຄ່າວີດີໂອ : 1296P(30FPS), 1080P(30FPS), 720P(FPS), MOV
ຄ່າຮູບ : 2592×2016
ການບັນທຶກວົນ : ມີ
G-sensor : ມີ
ຕົວຊ່ວຍໃນການຈອດລົດ : ມີ
ການບັນທຶກສຽງ : ມີ
ການກວດຈັບການເຄື່ອນໄຫວ : ມີ
ພາສາ : ໄທ, ອັງກິດ, ຈີນ, ປອກຕຸຍການ
ໜ່ວຍຄວາມຈໍາສູງສຸດ : 32 GB

ໜ້າຕັ້ງຄ່າຫຼັກໆ ເມື່ອເຮົາຕັ້ງໃນສ່ວນຂອງຄຸນນະພາບວີດີໂອ ຈະລຽງຈາກເທິງລົງລຸ່ມເລີຍສຳລັບການຕັ້ງຄ່າຢ່າງທຳອິດຄື ຄວາມແຈ້ງຂອງວີດີໂອ ເຊິ່ງເຮົາສາມາດປັບໄດ້ຕັ້ງແຕ່ຄວາມລະອຽດສູງສຸດ 1296/1080/720/VGA , ຕັ້ງຄ່າໂຕ G-Sensor ຫຼືແມ່ນແຕ່ໂຕ Loop Recording ກໍສາມາດເລືອກຕັ້ງເວລາວົນຊໍ້າບັນທຶກໄດ້ອັນຕະໂນມັດ ເຊິ່ງຄ່ອນຂ້າງສະດວກສະບາຍ ແລະ ອີກ 1​ ຟັງຊັນທີ່ໜ້າສົນໃຈ ນັ້ນກໍຄື Time Lapse ເຮັດໃຫ້ບັນທຶກໄຟລ໌ໄດ້ຍາວນານຂຶ້ນ ໂດຍເວລາໃນການບັນທຶກແທ້ແມ່ນເທົ່າກົ່າ.

ເພີ່ມຄວາມໄວໃຫ້ວີດີໂອ: 100 MS : ເພີ່ມເວລາໃນການບັນທຶກ 3 ເທົ່າ, 200 MS : ເພີ່ມເວລາໃນການບັນທຶກ 6 ເທົ່າ, 500 MS : ເພີ່ມເວລາໃນການບັນທຶກ 15 ເທົ່າ ເຊິ່ງຈະເຮັດໃຫ້ໄຟລ໌ວີດີໂອເບິ່ງໜ້າສົນໃຈຂຶ້ນ ຖືເປັນອີກໜຶ່ງ ລູກຫຼິ້ນທີ່ໜ້າສົນໃຈ.

ຊ່ອງທາງການສັ່ງຊື່ສິນຄ້າ
✅Facebook: https://www.facebook.com/OneMasterTH
✅Website: www.1-master.com
✅Line : @onemaster
✅Tel : 02-004-3324 (ເບີໄທ)

ສັ່ງຊື້ອອນລາຍ
✅Shopee
https://shopee.co.th/onemasteroffical
✅Lazada
https://bit.ly/36Kmf3A