ດາຣາສີລະປິນລາວເປີດຮັບບໍລິຈາກທີ່ຈຸດປະຕູໄຊເພື່ອຊ່ວຍຜູ້ປະສົບໄພເຂື່ອນແຕກທີ່ອັດຕະປື

ແມນ ມິ່ງເມືອງລາວ ນຳທີມດາຣາສີລະປິນເປີດຈຸດຮັບບໍລິຈາກເຄື່ອງບໍລິໂພກ, ອຸປະໂພກ ແລະ ເງິນ ເພື່ອສົບທົນເຂົ້າຊ່ວຍເຫຼືອຜູ້ປະສົບໄພພິບັດເຫດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ແຂວງ ອັດຕະປື.

ໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2018 ທີ່ປະຕູໄຊ ໄດ້ມີການເຕົ້າໂຮມສີລະປິນດາຣາລາວ ເປີດຈຸດຮັບບໍລິຈາກເຄື່ອງບໍລິໂພກ, ອຸປະໂພກ ແລະ ເງິນ ເພື່ອສົບທົນເຂົ້າຊ່ວຍເຫຼືອຜູ້ປະສົບໄພພິບັດເຫດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ແຂວງ ອັດຕະປື ແລະ ໄດ້ມີການໄລນ໌ສົດໃນຂະນະປະຕິບັດງານຜ່ານ ເຟສບຸກ ແມນ ມິ່ງເມືອງລາວ ເຊິ່ງມີປະຊາຊົນໄດ້ທະຍອຍນຳສິ່ງຂອງ ແລະ ມາເງິນມາຊ່ວຍເຫຼືອ ມີທັງຊາວລາວ ແລະ ຊາວຕ່າງຊາດ. ກຳນົດການເປີດຮັບບໍລິຈາກເມື່ອວັນທີ 25-26 ກໍລະກົດ 2018 ເລີ່ມເປີດຮັບບໍລິຈາກຕັ້ງແຕ່ເວລາ 8:00 – 18:00 ໂມງ

ຫາກຕອນນີ້ທ່ານຕ້ອງການເປັນສ່ວນໜຶ່ງໃນການບໍລິຈາກກັບພວກເຂົາ ທ່ານກໍ່ສາມາດໄປຮ່ວມບໍລິຈາກທີ່ຈຸດດັ່ງກ່າວໄດ້ຕາມວັນ ແລະ ເວລາທີ່ກຳນົດ