ຍົນໂດຍສານກຸຍບາຕົກ ຄາດເສຍຊີວິດເປັນຮ້ອຍ

ແຫຼ່ງຂ່າວຈາກຕ່າງປະເທດລາຍງານເມື່ອວັນທີ 19 ພຶດສະພາ 2018 ວ່າ ໄດ້ເກີດອຸບັດເຫດເຮືອບິນໂບອິ້ງ 737 ຕົກ ແລະລະເບີດ ໃກ້ກັບສະໜາມບິນໂຄເຊມາຕິ ນະຄອນຫຼວງຮາວານາ ປະເທດກຸຍບາ. ເຊິ່ງຕາມລາຍງານລະບຸວ່າເຮືອບິນລຳດັ່ງກ່າວເປັນເຮືອບິນໂດຍສານເຊົ່າເໝົາລຳ ມີຜູ້ໂດຍສານ 104 ຄົນ ພ້ອມດ້ວຍຈຸບິນອີກ 9 ຄົນ ຫຼ້າສຸດມີລາຍງານວ່າພົບຜູ້ລອດຊີວິດ 3 ຄົນ ເປັນຜູ້ຍິງ ແຕ່ອາການສາຫັດ.