ຍີ່ປຸ່ນສັ່ງຂ້າສັດປີກ 210,000 ໂຕ ເທິງເກາະຮອກໄກໂດ ຫລັງໄຂ້ຫວັດສັດປີກລະບາດ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ທັນວາຜ່ານມານີ້ວ່າ ທາງການຍີ່ປຸ່ນໄດ້ທຳລາຍສັດປີກ ຈຳນວນ 210,000 ໂຕ ໃນຟາມແຫ່ງໜຶ່ງ ເທິງເກາະຮອກໄກໂດ ເພື່ອສະກັດກັ້ນການລະບາດຂອງເຊື້ອພະຍາດ ໄຂ້ຫວັດສັດປີກ ສາຍພັນ H5 ຫລັງຈາກໃນທ້າຍອາທິດທີ່ຜ່ານມາ ໄດ້ອອກຄຳສັ່ງຂ້າໄກ່ ແລະ ເປັດ ລວມກັນກວ່າ 500,000​ ໂຕ ໃນແຂວງນີງະຕະ ທາງພາກກາງຂອງປະເທດ ແລະ ເທິງເກາະຮອກໄກໂດ.

ນອກຈາກນີ້ ທາງການຍີ່ປຸ່ນ ຍັງໄດ້ອອກຄຳສັ່ງ ຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດປີກ ແລະ ຜະລິດຕະພັນສັດປີກ ໃນບໍລິເວນພື້ນທີ່ຕິດຟາມ ທີ່ມີການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ, ພ້ອມດຽວກັນນັ້ນ ຍັງໄດ້ມີການຂ້າເຊື້ອຕາມເສັ້ນທາງຫລັກ ທີ່ເຊື່ອມຕໍ່ເຂົ້າໄປໃນເຂດແຜ່ລະບາດອີກດ້ວຍ.

Workers wearing protective suits cull chickens after birds were found dead at a poultry farm in Sekikawa town

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!