ຍີ່ປຸ່ນວຸ້ນ ອົບພະຍົບປະຊາຊົນໜີເຂື່ອນແຕກ ເຫດແຜ່ນດິນໄຫວຮຸນແຮງ

ປະຊາຊົນຍີ່ປຸ່ນຕື່ນຕົກໃຈຢ່າງແຮງ ເຫດແຜ່ນດິນໄຫວໃຫຍ່ຄັ້ງໃໝ່ຂະໜາດ 7.3 ຣິກເຕີ ສັ່ນສະເທືອນເກາະຄິວຊູເປັນຄັ້ງທີ 2 ໃນຕອນເດິກຂອງວັນທີ 15 ເມສາ ທີ່ຜ່ານມາ ທັງຄວາມຮຸນແຮງແລະສ້າງຄວາມເສຍຫາຍແກ່ ແຂວງຄູມາໂມໂຕ້ ຮ້າຍແຮງກວ່າຄັ້ງທຳອິດ ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດແລະໄດ້ຮັບບາດເຈັບຈຳນນນວນຫຼາຍ ໃນຂະນະທີ່ເຂື່ອນແຫ່ງໜຶ່ງໄດ້ແຕກ ຈົນຕ້ອງອົບພະຍົບປະຊາຊົນໜີຢ່າງອຶກກະທຶກ.

ສຳນັກຂ່າວຕ່າງປະເທດລາຍງານມື້ເຊົ້ານີ້ວ່າ ແຜ່ນດິນໄຫວໃຫຍ່ ຂະໜາດ 7.3 ຣິກເຕີສັ່ນເກາະຄິວຊູ ທາງພາກໃຕ້ຂອງປະເທດຍີ່ປຸ່ນຊ້ຳອີກ ເມື່ອເວລາ 1:25 ນາທີ ຂອງຄ່ຳຄືນວັນທີ 15 ຕໍ່ໃສ່ 16 ເມສາ ຕາມເວລາທ້ອງຖິ່ນ ພາຍຫຼັງທີ່ຫາກໍເກີດແຜ່ນດິນໄຫວຮຸນແຮງ 6.4 ຣິກເຕີໄປ ເມື່ອຕອນຄ່ຳວັນທີ 14 ເມສາທີ່ຜ່ານມາ. ແຜ່ນດິນໄຫວຄັ້ງໃໝ່ນີ້ຕາມລາຍງານມີຜູ້ເສຍຊີວິດໄປແລ້ວຢ່າງໜ້ອຍ 3 ຄົນ, ບາດເຈັບຫຼາຍກວ່າຮ້ອຍຄົນ ແລະຄາດວ່າມີປະຊາຊົນຈຳນວນຫຼວງຫຼາຍຕິດຄ້າງຢູ່ໃຕ້ຊາກອາຄານບ້ານເຮືອນຫຼາຍຫຼັງທີ່ພັງຖະຫຼົ່ມລົງມາ. ໃນຂະນະທີ່ແຜ່ນດິນໄຫວຄັ້ງທຳອິດ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 9 ຄົນ.

ຂະນະແຮງສັ່ນສະເທືອນຂອງແຜ່ນດິນໄຫວ ສ້າງຄວາມຕື່ນຕົກໃຈແກ່ປະຊາຊົນຫຼາຍພັນຄົນ ຈົນຕ້ອງແລ່ນອອກຈາກເຮືອນ ແລະມານອນຢູ່ນອກເຮືອນ ຕາມສວນສາທາລະນະ ລວມທັງສູນພັກຊົ່ວຄາວດ້ວຍຄວາມຢ້ານກົວ

ສຳນັກຂ່າວ ບີບີຊີ ລາຍງານວ່າ ສູນກາງແຜ່ນດິນໄຫວຄັ້ງໃໝ່ ຂະໜາດ 7.3 ມີຄວາມເລິກພຽງ 10 ກິໂລແມັດ ສົ່ງຜົນໃຫ້ເກີດແຮງສັ່ນສະເທືອນຢ່າງຮຸນແຮງ ແລະຍັງເປັນເຫດໃຫ້ເຂື່ອນຢູ່ບ້ານນິຊິຮາຣາແຕກ ຈົນຕ້ອງຂຸ້ນຂ້ຽວອົບພະຍົບປະຊາຊົນໃນພື້ນທີ່ດັ່ງກ່າວອອກມາຢ່າງເລັ່ງດ່ວນ ອີກທັງຍັງມີການແຈ້ງເຕືອນໄພຄື້ນຍັກສຶນາມິ ແຕ່ຄຳປະກາດເຕືອນໄດ້ຍົກເລີີກໄປໃນເວລາປະມານ 50 ນາທີຕໍ່ມາ.

ເຂື່ອນແຕກ NjpUs24nCQKx5e1EaKyDaKGT4gF78K78TbfyIppk0Dt NjpUs24nCQKx5e1EaKyDaKGT4gF78LASmFFZShXP7tc NjpUs24nCQKx5e1EaKyDaKGT4gF78LFnemOqb19wQyT