ຍີ່ປຸ່ນປະກາດໃຫ້ພົນລະເມືອງຫາບ່ອນລີ້ໄພຫຼັງເກົາຫຼີເໜືອຍິງຂີປະນາວຸດຕົກໃກ້ເກາະຮອກໄກໂດ

ລັດຖະບານຍີ່ປຸ່ນ ຖະແຫຼງການວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດບໍ່ລະບຸຊະນິດຈາກເຂດຊູນານ ໃກ້ກັບນະຄອນຫຼວງປຽງຢາງ ເມືອງຫຼວງຂອງເກົາຫຼີເໜືອ ໄປທາງທິດຕະເວັນອອກຂອງເກົາຫຼີເໜືອ ມຸ່ງໜ້າມາທາງຍີ່ປຸ່ນ ເມື່ອຕອນ ເຊົ້າຂອງມື້ນີ້ເວລາປະມານ 07.16 ນາທີ (ຕາມເວລາທ້ອງຖິ່ນ) ໂດຍຂີປະນາວຸດຂອງເກົາຫຼີເໜືອໄດ້ຂ້າມດິນແດນຂອງຍີ່ປຸ່ນ ໄປຕົກໃນມະຫາສະໝຸດແປຊີຟິກຕອນເໜືອ ຫ່າງຈາກແຫຼມເອຣິໂມະ ຂອງເກາະຮອກໄກໂດ ປະມານ 2,000 ກິໂລແມັດ ລັດຖະບານໄດ້ແນະນຳໃຫ້ປະຊາຊົນຢູ່ຫ່າງຈາກວັດຖຸທີ່ອາດຈະເປັນເສດສິ້ນສ່ວນຂອງຂີປະນາວຸດ ຂະນະທີ່ສື່ຂ່າວຂອງຍີ່ປຸ່ນລາຍງານວ່າ ທາງການປະກາດໃຫ້ພົນລະເມືອງຫາບ່ອນຫຼົບໄພແລ້ວ

ຫຼ້າສຸດລັດຖະບານຍີ່ປຸ່ນຈະຮຽກປະຊຸມຄະນະກຳມະທິການຄວາມໝັ້ນຄົງດ່ວນໃນເຊົ້າມື້ນີ້ ດ້ານທຳນຽບປະທານປະເທດເກົາຫຼີໃຕ້ໄດ້ຮຽກປະຊຸມຄະນະກຳມະທິການຄວາມໝັ້ນຄົງແຫ່ງຊາດດ່ວນຄືກັນ ດ້ານກອງກຳລັງເກົາຫຼີໃຕ້ລະບຸວ່າ ຕອນນີ້ເກົາຫຼີໃຕ້ ແລະ ສະຫະລັດກຳລັງວິເຄາະຂໍ້ມູນວ່າຂີປະນາວຸດທີ່ເກົາຫຼີເໜືອຍິງນັ້ນເປັນຂີປະນາວຸດຊະນິດໃດກັນແທ້