ຍອດຜູ້ເສຍຊີວິດຈາກນໍ້າຖ້ວມໃນເຢຍລະມັນ ແລະ ແບນຊິກເພີ່ມ 200 ກວ່າລາຍ

A police officer and volunteers clean rubble in an area affected by floods caused by heavy rainfalls in Bad Muenstereifel, Germany, July 18, 2021. REUTERS/Thilo Schmuelgen

ສຳນັກຂ່າວ Reuters ລາຍງານວ່າ ເຫດການອຸທົກກະໄພຄັ້ງໃຫຍ່ໃນຮອບສະຕະວັດໄດ້ໄຫຼພັດເຂົ້າຖ້ວມຫຼາຍພື້ນທີ່ໃນເຂດເອີຣົບຕາເວັນຕົກຕັ້ງແຕ່ວັນທີ 15 ກໍລະກົດເປັນຕົ້ນມາ ເຮັດໃຫ້ຍອດຜູ້ເສຍຊີວິດໃນເຢຍລະມັນພຸ່ງສູງຂຶ້ນເຖິງ 188 ຄົນ ຂະນະທີ່ຍອດຜູ້ເສຍຊີວິດໃນແບນຊິກເພີ່ມຂຶ້ນ 31 ຄົນ.

ເຈົ້າໜ້າໄດ້ເພີ່ມຄວາມພະຍາຍາມໃນການຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ ຂະນະທີ່ຄວາມຫາຍະນະຍັງເພີ່ມຄວາມຮຸນແຮງຂຶ້ນ, 37 ພັນຄອບຄົວໃນແບນຊິກບໍ່ມີໄຟຟ້າໃຊ້, ຖະໜົນຫົນທາງຫຼາຍສາຍຈົມຢູ່ພື້ນນໍ້າ ເຊິ່ງເຈົ້າໜ້າທີ່ຄາດວ່າຈະພົບສົບເພີ່ມອີກເມື່ອປະລິມານນໍ້າລົດລົງ ແຕ່ທາງອຸຕຸນິຍົມລາຍງານວ່າ ສະພາບການປ່ຽນແປງຂອງອາກາດ ຈະເຮັດໃຫ້ຝົນຕົກໜັກຂຶ້ນຕື່ມອີກ ແລະແກ່ຍາວຫຼາຍອາທິດ.

ປັດຈຸບັນ, ລັດຖະບາຍເຢຍລະມັນໄດ້ກຽມເງິນບໍລິຈາກກວ່າ 300 ລ້ານເອີໂຣເພື່ອໃຫ້ການບັນເທົາທຸກແບບຮີບດ່ວນ ລວມທັງເງິນອື່ນໆຫຼາຍພັນລ້ານເອີໂຣເພື່ອໃຊ້ເຂົ້າໃນການສ້ອມແປງບ້ານເຮືອນ, ຖະໜົນຫົນທາງ ແລະ ຂົວທີ່ຖືກທຳລາຍຈາກໄພພິບັດຄັ້ງນີ້, ສ່ວນລັດຖະບານແບນຊິກກໍໄດ້ເລັ່ງໃຫ້ການຊ່ວຍເຫຼືອພົນລະເມືອງທີ່ໄດ້ຮັບຜົນກະທົບເຊັ່ນກັນ.