ຍອດຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ ຢູ່ລາວຫຼດລົງເປັນ 80 ຄົນຕໍ່ປີ

5e7333483130cca09e80bf8023167f83

 

ເຖິງ​ວ່າ​ສົງຄາມ​ໄດ້​ສິ້ນ​ສຸດ​ລົງ ແຕ່ ລະເບີດ​ບໍ່​ທັນ​ແຕກ​ຍັງ​ສືບຕໍ່​ຂ້າ​ປະຊາຊົນລາວ​ຢ່າງ​ຕໍ່​ເນື່ອງ ນັບ​ແຕ່​ປີ 1964 ເຖິງ

2008 ມີ​ຜູ້​ຖືກ​ບາດເຈັບ ແລະ ເສຍ​ຊີວິດ ປີ​ລະ 300 ຄົນ ແນວໃດ​ກໍ​ດີ ປະຈຸ​ບັນ ແມ່ນ​ໄດ້​ຫຼຸດ​ລົງ​ມາ​ເປັນ​ປີ​ລະ 80 ຄົນ

ຂະນະ​ທີ່​ຍອດ​ການ​ຊ່ວຍເຫຼືອ​ຈາກ​ຕ່າງ ປະເທດ​ໄດ້​ເພີ່ມ​ຂຶ້ນ​ເຖິງ 4 ເທົ່າ ທຽບໃສ່ 4 ປີ​ກ່ອນ.

 

ທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າຫ້ອງການ​ຄະນະ​ກຳມະການ​ຄຸ້ມ​ຄອງແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່ທັນ​

ແຕກ​ທີ່​ຕົກ​ຄ້າງ​ຢູ່​ລາວ​ກ່າວ​ເມື່ອ​ບໍ່ດົນ​ມາ​ນີ້​ວ່າ: ປີ 1964 ເຖິງ​ປີ 1973 ຈັກກະພັດ​ອາເມລິກາ​ໄດ້​ເຮັດ​ສົງຄາມ ທຳລາຍ​

ປະເທດ​ເຮົາ​ຢ່າງ​ໜັກໜ່ວງ​ທີ່​ສຸດຕາມ​ທີ່​ບັນທຶກ​ໄວ້ເຄື່ອງ​ບິນ​ຂອງ​ອາ ​ເມ​ລິກາ ຈຳນວນ 580.000 ຖ້ຽວ ໄດ້​ບັນທຸກ

ລະເບີດ​ປະມານ 3 ລ້ານ​ໂຕນ, ໃນ​ນັ້ນ ມີ​ລະເບີດ​ລູກ​ຫວ່ານ​ປະມານ 270 ລ້ານໜ່ວຍ ແລະ ບົ່ມ​ໃຫຍ່​ປະມານ 4 ລ້ານ

ໜ່ວຍ ມາ​ຖິ້ມ​ໃສ່​ແຜ່ນດິນ​ລາວ​ນັກ​ວິຊາການ​ທາງ​ທະຫານ​ປະ​ເມີນ​ວ່າ 30% ຂອງ​ລະເບີດ​ດັ່ງກ່າວ​ບໍ່​ທັນ​ແຕກ​ຕາມ

ການ​ສຳ​ຫຼວດ ໃນ​ປີ 1996 ຂອງ​ອົງການແຮນ​ດີ​ແຄບ​ສາກົນ ຈຳນວນ​ທີ່​ຕົກ​ຄ້າງແມ່ນ​ຢູ່ 98 ເມືອງ ໃນ​ຈຳນວນ 148

ເມືອງ​ໃນ​ທົ່ວ​ປະເທດ ແລະ ໃນ 14 ແຂວງ​ຂອງ​ລາວ ສະເລ່ຍ​ກວມ 87.231 ກິ​ໂລ​ຕາ​ແມັດ ຂອງ​ເນື້ອທີ່​ທົ່ວ​ປະເທດ.

 

ເຖິງ​ສົງຄາມ​ໄດ້​ສິ້ນ​ສຸດ​ລົງ​ເກືອບ​ສີ່ທົດ​ສະ​ວັດ​ແລ້ວ​ກໍ​ຕາມ ແຕ່​ບັນຫາ​ລະເບີດ​ບໍ່​ທັນ​ແຕກ ຫຼື ລບຕ ຍັງ​ສືບຕໍ່​ຂ້າ​ປະຊາ

​ຊົນ​ລາວ​ບັນດາເຜົ່າ ອີງ​ຕາມ​ການສຳ​ຫຼວດ​ໃນ​ປີ 2008 ໃຫ້​ຮູ້​ວ່າ​ແຕ່​ປີ 1964-2008 ຜູ້​ລອດ​ຊີວິດ​ຈາກ​ອຸບັດເຫດ ລບຕ

20 ພັນ​ຄົນ ຊຶ່ງ​ໄດ້​ກາຍເປັນຜູ້​ເສຍ​ອົງຄະ-ພິການ, ເປັນ​ພາລະ​ໃຫ້​ກັບຄອບຄົວ ແລະ ສັງຄົມ ນອກຈາກ​ນັ້ນ ລບຕ ຍັງ​

ກີດຂວາງ​ການ​ທຳ​ມາ​ຫາ​ກິນຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ແລະ ເປັນ​ອຸປະສັກ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ດຳລົງ​ຊີວິດ ແລະ

ການ​ພັດທະນາ​ເສດ​ຖະ ກິດ-ສັງຄົມ​ຂອງ​ລາວ.

 

ທ່ານ ພູ​ຂຽວ ຈັນທະ​ສົມບູນ ຍັງ​ກ່າວ ຕື່ມ​ວ່າ: ດ້ານ​ການ​ແກ້​ໄຂ​ບັນຫາ​ລະເບີດ ບໍ່​ທັນ​ແຕກ​ໃນ​ໄລຍະ​ຜ່ານ​ມາ ກໍ​ຄື​ໃນ​ປີ

1996 ລັດຖະບານ ສປປ ລາວ ຮ່ວມ​ກັບ ສປຊ ແລະ ອົງການ​ຢູ​ນິ​ເຊັບ ປະຈຳ ລາວ ໄດ້​ສ້າງຕັ້ງ​ກອງ​ທຶນ​ຊ່ວຍເຫຼືອ​ລ້າ

ເພື່ອ​ປະກອບ​ທຶນ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ລາວ​ ຂຶ້ນ ແລະ ໄດ້ ປຸກລະດົມ​ບັນດາ​ປະເທດ​ຜູ້​ໃຫ້​ທຶນ​

ປະກອບ​ທຶນ​ເຂົ້າ​ໃນ​ກອງ​ທຶນ​ດັ່ງກ່າວ ແລະ ລັດຖະບານ​ເອງ​ກໍ​ໄດ້​ສ້າງຕັ້ງ​ຄະນະ​ກຳມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້

​ໄຂບັນຫາ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ລາວ (ຄຊກລ) ຂຶ້ນ​ໃນ​ປີ 2004 ໂດຍຈຸດປະສົງ​ເພື່ອ​ຄຸ້ມ​ຄອງ​ມະຫາ​ພາກ​ຕິດ

ຕາມ​ກວດກາ​ການຈັດຕັ້ງ​ປະຕິບັດ​ ວຽກງານ​ຂອງ​ອົງການ​ເກັບ​ກູ້ ລບຕ ມະນຸດສະ​ທຳ​ຂອງ​ຕ່າງປະເທດ​ບັນດາ​ບໍລິສັດ

ເກັບ​ກູ້​ຂອງ​ລາວ ແລະ ຕ່າງປະເທດ​ລວມທັງ​ໂຄງການ​ເກັບ​ກູ້​ລະເບີດ​ແຫ່ງ​ຊາດ (ຄກລ).

 

ປະຈຸ​ບັນ ​ທົ່ວ​ຂະແໜງການ​ແກ້​ໄຂ​ບັນ ຫາ ລບຕ ມີ​ພະນັກງານ-ກຳມະກອນ​ທັງ ໝົດ 3.815 ຄົນ ໃນ​ນີ້ ຄົນ​ລາວ 3.731

ຄົນ, ຍິງ 217 ຄົນ ແລະ ຊ່ຽວຊານ​ຕ່າງປະເທດ 84 ຄົນ ແລະ ໄດ້​ປຸກລະດົມ​ທຶນຮອນ​ຈາກ​ຕ່າງປະເທດ​ເຂົ້າ​ໃນ​ການ​ແກ້

ໄຂ​ບັນຫາ ຊຶ່ງ​ກ່ອນ​ປີ 2010 ໄດ້​ປີ​ລະ 9 ລ້ານ​ໂດ​ລາ, ປີ 2010-2013 ໄດ້​ປີ​ລະ 35 ລ້ານ​ໂດ​ລາ ແລະ ຄາດ​ຄະເນ​ປີ​ນີ້ ຈະ​ໄດ້​ປະ

ມານ 36 ລ້ານ​ໂດ​ລາ ໂດຍ​ທຶນດັ່ງກ່າວ​ແມ່ນ​ຜ່ານ 3 ທາງ​ຄື: ຜ່ານ​ກອງທຶນ​ຊ່ວຍເຫຼືອ​ລ້າ​ຂອງ​ອົງການ​ສະຫະ​ປະຊາ​ຊາດ,

ຜ່ານ​ການ​ຮ່ວມ​ມື​ສອງ​ຝ່າຍຂອງ​ຫ້ອງການ ຄຊກລ ແລະ ຄກລ ລະດົມ​ທຶນ​ນຳ​ປະເທດ​ຜູ້​ໃຫ້​ທຶນ ແລະ ຜ່ານ​ບັນດາ​ອົງ

ການ​ເກັບ​ກູ້ ລບຕ ຂອງສາກົນ (ໄອ​ເຈນ​ຈີ​ໂອ).

 

ໂດຍ​ແຕ່​ປີ 1996 ເປັນຕົ້ນ​ມາ​ເຖິງ​ປະຈຸ​ບັນ​ທ່ານ ພູ​ຂຽວ ຈັນທະ​ສົມບູນ ກ່າວ​ຕື່ມວ່າ: ໄດ້​ກວດ​ກູ້ ລບຕ ອອກ​ຈາກ​ເນື້ອ

ທີ່ກະສິກຳ ແລະ ພັດທະນາ​ອື່ນໆ​ໄດ້​ທັງໝົດ 51 ພັນ​ກວ່າ​ເຮັກຕາ (ສະເລ່ຍ 6 ພັນ​ເຮັກຕາ​ຕໍ່​ປີ) ແລະ ໂຄສະນາ​ຄວາມອັນ

ຕະລາຍ​ຈາກ ລບຕ ຢູ່​ບັນດາ​ບ້ານ ແລະ ໂຮງຮຽນ​ໄດ້ 15.885 ເທື່ອອັນ ໄດ້​ເຮັດ​ໃຫ້​ຈຳນວນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກອຸບັດ

ເຫດ ລບຕ ຫຼຸດ​ລົງ​ຈາກ 300 ຄົນ ຕໍ່​ປີ​ໃນ​ປີ 2008 ຄືນ​ຫຼັງ​ມາ​ເປັນ 80 ຄົນ ໃນ​ປະຈຸ​ບັນ ແລະ ບັນດາ​ຜູ້​ລອດ​ຊີວິດຈາກ

ລບຕ ໄດ້​ຮັບ​ການ​ຊ່ວຍເຫຼືອ​ລວມທັງ​ໝົດ​ມີ 1.566 ຄົນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ