ຊື້ປີ້ລົດໄຟກ່ອນອອກເດີນທາງ 3 ມື້! ເລີ່ມ 14 ມັງກອນ 2022 ເປັນຕົ້ນໄປ

0
1341

ຖືວ່າເປັນຂ່າວດີສຳລັບຜູ້ທີ່ເດີນທາງດ້ວຍລົດໄຟລາວ-ຈີນ ຂະບວນຂະບວນນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ເພາະວັນທີ 14 ມັງກອນ 2022 ເປັນຕົ້ນໄປແມ່ນສາມາດຊື້ປີ້ລ່ວງໜ້າ 3 ມື້!

ຕາມການປະກາດຂອງ ທາງສະຖານີ ນະຄອນຫຼວງວຽງຈັນ (LCR) ແຈ້ງໃຫ້ຮູ້ວ່າ ເພື່ອຮ່ວມມືກັບກົນໄກການປ້ອງກັນພະຍາດລະບາດ ຂອງລັດຖະບານໃນແຕ່ລະທ້ອງຖິ່ນ ແລະ ເພື່ອຫຼີກລ່ຽງການຊື້ປີ້ ແລະ ຖອນປີ້ຊໍ້າຄືນ.

ດັ່ງນັ້ນ, ນັບແຕ່ວັນທີ 14 ມັງກອນ 2022 ເປັນຕົ້ນໄປ, ປີ້ລົດໄຟຂະບວນນະຄອນຫຼວງວຽງຈັນ ຫາ ບໍ່ເຕັນຈະມີການປັບປ່ຽນຊື້ປີ້ກ່ອນລົດໄຟອອກເດີນທາງໄດ້ 3 ມື້.