ຊາວໜອງຄາຍ ອັງເຊີນພຣະໃສ ຂຶ້ນປະດິດສະຖານເທິງສິມ ຫລັງຫົດສົງນ້ຳບຸນສົງການ

ສຳນັກຂ່າວ INN ຂອງໄທ ລາຍງານໃນວັນທີ 18 ເມສານີ້ວ່າ ທ່ານ ສຸຊາດ ນົບພະວັນ ເຈົ້າແຂວງໜອງຄາຍ ປະເທດໄທ ໄດ້ເປັນປະທານຝ່າຍຄະລາວາດ ນຳພາຊາວໜອງຄາຍ ເຂົ້າຮ່ວມພິທີອັງເຊີນພຣະໃສ ຂຶ້ນປະດິດສະຖານເທິງສິມວັດໂພໄຊ ເມືອງໜອງຄາຍ ພາຍຫລັງທີ່ໄດ້ອັງເຊີນລົງຫົດສົງນ້ຳ ຕາມຮີດຄອງປະເພນີ ໃນມື້ສົງການ ນັບແຕ່ວັນທີ 13 ເມສາຜ່ານມາ ອັນເປັນການປິດງານເທດສະການສົງການ ປະຈຳແຂວງໜອງຄາຍ ຢ່າງເປັນທາງການໃນມື້ນີ້.

ພຣະໃສ ຫລື ຊາວໄທຮຽກວ່າ ຫລວງພໍ່ພຣະໃສ ເປັນພຣະພຸດທະຮູບປາງມານວິໄຊ ສີລະປະລ້ານຊ້າງ ເປັນພຣະພຸດທະຮູບສັກສິດ ຄູ່ບ້ານຄູ່ເມືອງໜອງຄາຍ ສ້າງຂຶ້ນໃນສະໄໝພຣະເຈົ້າໄຊເສດຖາທິຣາດ ປົກຄອງອານາຈັກລ້ານຊ້າງ ພາຍຫລັງສູນເສຍເອກະລາດໃຫ້ແກ່ສະຫຍາມ ພຣະໃສ ຈຶ່ງໄດ້ຖືກກອງທັບສະຫຍາມ ນຳໄປປະດິດສະຖານຢູ່ເມືອງໜອງຄາຍ ຈົນຮອດປັດຈຸບັນ.

5999924ed paragraph__paragraph_119