ຊາວມຽນມາບໍ່ສົນມາດຕະການປ້ອງກັນໂຄວິດ-19 ຊອກຕື່ມຖັງອົກຊີແຊນເອງຫວັງກູ້ຊີວິດຄົນຮັກຈາກໂຄວິດ

CNA YANGON: ປະຊາຊົນຊາວມຽນມາທີ່ອາໄສຢູ່ເມືອງຫຼວງ ຂອງປະເທດກຳລັງພາກັນທ້າທາຍມາດຕະການປ້ອງກັນໂຄວິດ-19 ຂອງກອງກຳລັງທະຫານ ເພື່ອຊອກຫາອົກຊີແຊນດ້ວຍຕົນເອງ ເຖິງຈະມີຄວາມຫວັງພຽງຮິບຮີ່ ແຕ່ກໍບໍ່ຍອມຈຳນົນພຽງເພື່ອຈະໄດ້ຊ່ວຍໃຫ້ຄົນໃນຄອບຄົວທີ່ຕິດພະຍາດໂຄວິດໄດ້ລອດຊີວິິດ ແລະ ຫັນໃຈສະດວກຂຶ້ນ.

ໃນວັນທີ 14 ກໍລະກົດຜ່ານມາ, ມີປະຊາຊົນຫຼາຍຮ້ອຍຄົນໃນນະຄອນຫຼວງຢາງກຸ້ງໄດ້ພາກັນຢືນລຽນຄິວຕັ້ງແຕ່ເຊົ້າເພື່ອຫວັງຈະໄດ້ຕື່ມຖັງອົກຊີແຊນ ພ້ອມນຳກັບເມືອມອບໃຫ້ສະມາຊິກໃນຄອບຄົວທີ່ຕິດພະຍາດໂຄວິດ ເຖິງແມ່ນທາງການຈະຫ້າມບໍ່ໃຫ້ປະຊາຊົນອອກຈາກບ້ານເຮືອນ ພາຍຫຼັງມີຜູ້ຕິດເຊື້ອເພີ່ມຂຶ້ນ ທັງຕົວເລກຜູ້ເສຍຊີວິດກໍເພີ່ມຂຶ້ນໃນແຕ່ລະວັນ ຈາກການລະບາດຮອບໃໝ່ຂອງພະຍາດໂຄວິດພາຍໃນປະເທດ.

ທ້າວ ທານ ຊໍ ວິນ ກ່າວຕໍ່ຜູ້ສື່ຂ່າວເອເອຟພີວ່າ: ນ້ອງສາວຂອງເຂົາຕິດພະຍາດໂຄວິດປະມານສາມວັນ, ມື້ທຳອິດລາວມີອາການວິນຫົວ ທັງຄວາມດັນເລືອດຕໍ່າ ແຕ່ສອງມື້ຕໍ່ມາອາການກໍຊຸດໂຊມລົງ ທັງຫັນໃຈລຳບາກ.

“ແຕ່ໃນຂະນະທີ່ຂ້ອຍກຳລັງຢືນລໍຖ້າເພື່ອຈະເຂົ້າຄິວຕື່ມຖັງອົກຊີແຊນໂດຍຫວັງວ່າຈະຊ່ວຍຢື້ຊີວິດນ້ອງສາວໄວ້, ຫຼານສາວກໍໂທມາບອກໃຫ້ກັບເຮືອນດ່ວນເພາະລາວເສຍຊີວິດແລ້ວ.” ທານ ຊໍ ວິນ ກ່າວດ້ວຍນໍ້າຕາ.

ທາງການມຽນມາໄດ້ລາຍງານຍອດຜູ້ປ່ວຍໂຄວິດລາຍໃໝ່ປະມານ 7,000 ກວ່າຄົນໃນມື້ວັນພຸດຜ່ານມາ ຂະນະທີ່ມີປະຊາຊົນພຽງ 1.75 ລ້ານຄົນໄດ້ຮັບການສີດວັກຊິນໃນທົ່ວປະເທດທີ່ມີປະຊາກອນສູງເຖິງ 54 ລ້ານຄົນ.