ຊາວຈີນວິພາກໜັກ ປ້າຍຈອດລົດເມສ່ຽງອັນຕະລາຍ ຢູ່ແຂວງກວາງຕຸ້ງ

557000013215201

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພະຈິກນີ້ວ່າ ປະຊາຊົນໃນແຂວງກວາງຕຸ້ງ ທາງຕອນໃຕ້ຂອງຈີນ

ຈຳຕ້ອງຢືນຖ້າລົດໂດຍສານ ບໍລິເວນປ້າຍຈອດສຸດອັນຕະລາຍ ສ້າງສຽງວິພາກວິຈານເຖິງຄວາມຮັບຜິດຊອບ.

 

ປ້າຍຈອດລົດເມມະຫາໄພດັ່ງກ່າວ ຕັ້ງຢູ່ໃນເຂດສັງເສີງ ຂອງເມືອງຝົວຊານ ເຊິ່ງຫ້ອມລ້ອມໄປດ້ວຍຊາກຫັກ

ພັງຂອງເສດຫີນ, ເສດປູນ ແລະ ເຫລັກສຳລັບການກໍ່ສ້າງ ເຊິ່ງຕົວອາຄານກໍຖືກທຸບທຳລາຍລົງ ຈົນອຽງມາທາງ

ປ້າຍລົດເມ ສ່ຽງທີ່ຈະຖະຫລົ່ມລົງມາທັບຜູ້ຄົນ ທີ່ກຳລັງຢືນລໍຖ້າລົດເມຢູ່ໂດຍບໍ່ທັນຮູ້ຕົວ.
ພາບຂອງປ້າຍຈອດລົດເມດັ່ງກ່າວ ໄດ້ຖືກນຳຂຶ້ນມາໂພສຕ໌ລົງໃນສັງຄົມອອນລາຍຂອງຈີນ ແລະ ສ້າງສຽງວິ

ພາກວິຈານຢ່າງກວ້າງຂວາງ ເຖິງຄວາມຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍໃຫ້ມີການແກ້ໄຂໂດຍ

ດ່ວນ.

 

557000013215203

557000013215202