ຊາວກຳປູເຈຍເກືອບ 300 ຄົນ ເກີດອາການຖອກທ້ອງພ້ອມກັນ ຫລັງກິນເຝີໃນງານໝັ້ນ!

Injured workers rest at the Bati District Referral Hospital, after the floor of a garment factory they were working in collapsed, in the Takeo province

 

ຊາວກຳປູເຈຍເກືອບ 300 ຄົນ ຖອກທ້ອງນອນໂຮງໝໍເດຍລະດາດ ຫລັງກິນເຝີໃນງານໝັ້ນ ໃນບ້ານແຫ່ງໜຶ່ງຂອງ

ແຂວງກຳປົງທົມ ວັນອາທິດ 19 ຕຸລາຜ່ານມາ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ຕຳຫລວດກຳປູເຈຍ ໄດ້ເປີດເຜີຍໃນວັນທີ 21 ຕຸລາ ຜ່ານມາວ່າມີຊາວ

ກຳປູເຈຍເກືອບ 300 ຄົນ ເກີດອາການຖອກທ້ອງ ແລະ ລົ້ມນອນໂຮງໝໍຕາມໆກັນ ເນື່ອງຈາກພາກັນກິນເຝີທີ່ເຈົ້າ

ພາບຈັດລ້ຽງໃນພິທີງານໝັ້ນ ຢູ່ແຂວງກຳປົງທົມ ໃນມື້ວັນອາທິດທີ 19 ຕຸລາຜ່ານມາ ໂດຍຄົນເຈັບສ່ວນໃຫຍ່ແມ່ນ

ເປັນເດັກນ້ອຍ ແລະ ຍັງລວມມີແມ່ມານອີກລາຍໜຶ່ງ ລວມຢູ່ໃນນັ້ນອີກດ້ວຍ.

 

ເຈົ້າໜ້າທີ່ຕຳຫລວດເປີດເຜີຍວ່າ ພວກເຂົາໄດ້ເຂົ້ານອນໂຮງໝໍຢ່າງເດຍລະດາດ ແມ່ນຍ້ອນພາກັນກິນເຝີໃນພິທີ

ງານໝັ້ນ ເຊິ່ງຫລາຍຄົນກໍຫໍ່ກັບໄປຕ້ອນລູກຫລານຢູ່ເຮືອນ ເຊິ່ງເປັນເຫດຜົນວ່າເປັນຫຍັງຈິ່ງມີຄົນຖອກທ້ອງ ແລະ

ມານອນໂຮງໝໍຢ່າງຫລວງຫລາຍ.  ພ້ອມນັ້ນເຈົ້າໜ້າທີ່ຍັງກ່າວເສີມອີກວ່າ ຜູ້ທີ່ເຮັດອາຫານລ້ຽງໃນງານ ອາດໃຊ້

ສານເຄມີບາງຢ່າງປະສົມລົງໄປໃນເຝີ ເພື່ອບໍ່ໃຫ້ບູດງ່າຍ ໂດຍທາງເຈົ້າໜ້າທີ່ກຳລັງນຳເອົາຕົວຢ່າງຈາກເຝີດັ່ງກ່າວ

ໄປເຮັດການກວດສອບຢ່າງລະອຽດ.