ຊາດອາຣັບຜິດຫວັງ ຫລັງກາຕາປະຕິເສດບໍ່ຮັບເງື່ອນໄຂ 13 ຂໍ້ ເພື່ອຢຸຕິວິກິດການທາງການທູດ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກໍລະກົດນີ້ວ່າ ບັນດາລັດຖະມົນຕີການຕ່າງປະເທດ ຂອງກຸ່ມປະເທດອາຣັບ ໄດ້ແກ່ ອາຣັບບີ ຊາອຸດິດ, ເອຢິບ, ບາເຣນ ແລະ ສະຫະລັດອາຣັບເອມິເຣດ ໄດ້ມີການປະຊຸມກັນທີ່ນະຄອນຫລວງໄຄໂຣ ປະເທດເອຢິບ ໃນມື້ວານນີ້ (5 ກໍລະກົດ) ເພື່ອຫາລືເຖິງສະຖານະການ ຫລັງຈາກທີ່ກາຍກຳນົດເສັ້ນຕາຍ ທີ່ບັນດາປະເທດອາຣັບເຫລົ່ານີ້ ໄດ້ກຳນົດໃຫ້ປະເທດກາຕາ ປະຕິບັດຕາມຂໍ້ຮຽກຮ້ອງ 13 ຂໍ້ ຊຶ່ງທ່ານ ຊາເມ ຊູຄຣີ ລັດຖະມົນຕີການຕ່າງປະເທດເອຢິບ ໄດ້ຖະແຫລງວ່າ ກອງປະຊຸມຮູ້ສຶກເສຍໃຈ ຕໍ່ການຕອບກັບໃນທາງລົບຈາກກາຕາ, ພ້ອມກັນນັ້ນ ລັດຖະມົນຕີການຕ່າງປະເທດ ອາຣັບບີ ຊາອຸດິດ ກໍໄດ້ກ່າວວ່າ ການຂວໍ້າບາດທາງການເມືອງ ແລະ ເສດຖະກິດ ຈະມີຕໍ່ໄປ ຈົນກວ່າກາຕາຈະປ່ຽນແປງນະໂຍບາຍໃຫ້ດີຂຶ້ນ.

ທັງນີ້, ອາຣັບບີ ຊາອຸດິດ, ສະຫະລັດອາຣັບເອມິເຣດ, ເຢອິບ ແລະ ບາເຣນ ໄດ້ປະກາດຕັດຄວາມສຳພັນທາງການທູດ ແລະ ການຂົນສົ່ງກັບກາຕາ ຫລັງຈາກໄດ້ກ່າວຫາວ່າ ລັດຖະບານກາຕາ ໃຫ້ການສະໜັບສະໜູນກຸ່ມກໍ່ການຮ້າຍ, ແນວໃດກໍຕາມ ບັນດາຂໍ້ກ່າວຫາດັ່ງກ່າວ ໄດ້ຮັບການປະຕິເສດຈາກກາຕາ.