ຊາຍ 3 ຄົນ ພ້ອມອາວຸດປືນບຸກປຸ້ນຮ້ານຄຳທີ່ທ່າແຂກໄດ້ຄຳໄປກວ່າ 5 ກິໂລກຣາມ

ໃນວັນທີ 17 ກັນຍາ 2017 ໄດ້ເກີດເຫດການໂຈນບຸກປຸ້ນຮ້ານ ຄຳ ແຫ່ງໜຶ່ງ ທີ່ທ່າແຂກ ແຂວງ ຄຳມ່ວນ ຈາກພາບໃນກ້ອງວົງຈອນປິດທີ່ຕິດຢູ່ໃນຮ້ານ ຈະເຫັນຊາຍ 3 ຄົນ ໃສ່ຜ້າປິດປາກຍ່າງເຂົ້າໄປໃນຮ້ານ ພ້ອມດ້ວຍອາວຸດ
ປືນສັ້ນ 1 ກະບອກ ຈາກພາບຈັບເວລາໃນກ້ອງວົງຈອນປິດເຫັນວ່າ ກຸ່ມໂຈນດັ່ງກ່າວໃຊ້ເວລາພຽງບໍ່ດົນກໍ່ສາມາດກວດເອົາຊັບສິນພາຍໃນຮ້ານເຊິ່ງເປັນຄຳໜັກເຖິງ 5 ກິໂລກຣາມ ກ່ອນຈະພາກັນຍ່າງອອກຈາກຮ້ານ ໂດຍມີເຈົ້າຂອງແລ່ນຕາມຫຼັງອອກມາ

ເຊິ່ງປັດຈຸບັນ ຍັງຢູ່ໃນຂັ້ນຕອນການສືບທາວຫາຄົນຮ້າຍເພື່ອນຳມາດຳເນີນຄະດີ

https://www.facebook.com/khyfoi/videos/vb.193124814562541/195279987680357/?type=2&theater