ຊາຍເດນມາກຖືກຈັບຂໍ້ຫາຄາຕະກຳຫ້າສົບດ້ວຍລູກທະນູໃນນອກແວ

ເວັບໄຊ CNN ລາຍງານ: ຊາຍນີລະນາມ ໄວ 37 ປີ ສັນຊາດເດນມາກ ຖືກເຈົ້າໜ້າທີ່ຈັບກຸມ ຂໍ້ຫາຄາຕະກຳດ້ວຍລູກທະນູ ໃນເຂດເມືອງ Kongsberg ຂອງປະເທດນອກແວເມື່ອວັນທີ 13 ຕຸລາ 2021 ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ບາດເຈັບອີກ 2 ຄົນ.

ເຈົ້າໜ້າທີ່ຕຳຫຼວດເຊື່ອວ່າ ຜູ້ຕ້ອງສົງໄສໄດ້ດຳເນີນການກໍ່ເຫດພຽງຄົນດຽວ ເຊິ່ງເຫດການດັ່ງກ່າວເປັນເຫດການທີ່ບໍ່ມີໃຜຄາດຄິດວ່າມັນຈະເກີດຂຶ້ນໃນເມືອງແຫ່ງນີ້ ເນື່ອງຈາກຜູ້ຖືກຈັບຍັງບໍ່ທັນມີການສືບສວນ-ສອບສວນ, ທາງເຈົ້າໜ້າທີ່ຈິ່ງບໍ່ສາມາດໃຫ້ຂໍ້ມູນລະອຽດເພີ່ມເຕີມໄດ້.

ຢ່າງໃດກໍຕາມ, ສຳລັບແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ທາງເຈົ້າໜ້າທີ່ກຳລັງດຳເນີນການສືບສວນສອບສວນ.