ຊາຍຕວັກກີ ຕິດເຊື້ອໂຄວິດ-19 ເປັນເວລາ 14 ເດືອນ ຫຼັງຜົນກວດອອກມາເປັນບວກເຖິງ 78 ຄັ້ງ

0
1402

ວັນທີ 15 ກຸມພາ 2022 ສໍານັກຂ່າວຕ່າງປະເທດ thenationalnews ໄດ້ລາຍງານ ເຫດການບໍ່ຄາດຄິດທີ່ເກີດຂື້ນຈາກ ໂຄວິດ-19 ໄດ້​ປ່ຽນ​ແປງການໃຊ້​ຊີ​ວິດຂອງຊາຍຄົນໜຶ່ງ​ທີ່ມີຊື່ວ່າ Moussafer Kayasan ຊາຍຕວັກກີ ອາຍຸ 56 ປີ ຢູ່ທີ່ນະຄອນ Istanbul ທີ່ໄດ້ກວດຫາເຊື້ອໂຄວິດ-19 ເຖິງ 78 ຄັ້ງ ເຮັດໃຫ້ລາວມີຊີວິດທີ່ໂດດດ່ຽວ, ໄດ້ຢູ່ຫ່າງຈາກຄອບຄົວ​ ແລະ ​ໄດ້​ນອນ​ຢູ່​ໂຮງໝໍ​ເປັນ​ເວລາ 14 ​ເດືອນ ຈົນ​ລາວທົນບໍ່ໄຫວ ແລະ ​ໄດ້​ຂໍ​ຄວາມຊ່ວຍເຫຼືອ​ຜ່ານ​ສື່​ ວ່າເຮັດແນວໃດຈຶ່ງຈະກັບຄືນສູ່ຊີວິດປົກກະຕິ ໂດຍບໍ່ຕ້ອງກັກໂຕອີກຕໍ່ໄປ.

Kayasan​ ເປັນມະເຮັງເມັດເລືອດຂາວ ແລະ ຍັງຖືກກວດພົບວ່າຕິດເຊື້ອ ໂຄວິດ-19 ພ້ອມທັງໄດ້ກວດຊໍ້າອີກ 78 ເທື່ອນັບຕັ້ງແຕ່ມື້ທີ່ລາວຕິດເຊື້ອ ຕັ້ງແຕ່ເດືອນພະຈິກ ປີ 2020.

ຢ່າງໃດກໍຕາມ, ນັບຕັ້ງແຕ່ທີ່ລາວປິ່ນປົວດີແລ້ວ ແລະ ໄດ້ອອກຈາກໂຮງໝໍ ກໍຕ້ອງໄດ້ກັກໂຕເປັນເວລາ 14 ວັນ ຕາມມາດຕະການປ້ອງກັນໂຄວິດ-19 ແຕ່ຜົນປາກົດວ່າ ບໍ່ວ່າຈະກວດຄືນອີກຈັກຄັ້ງຜົນກໍອອກມາເປັນບວກສະເໝີ, ແພດທີ່ໃຫ້ການຮັກສາໄດ້ບອກເຖິງສາເຫດທີ່ຜົນອອກມາບວກຍ້ອນວ່າ ລະບົບພູມຄຸ້ມກັນຮ່າງກາຍຂອງລາວອ່ອນແອລົງ ເນື່ອງຈາກພະຍາດມະເຮັງເມັດເລືອດຂາວນັ້ນເອງ. ໃນຂະນະທີ່ຄົນໃນຄອບຄົວຂອງລາວຜົນກວດອອກມາເປັນລົບໝົດ.