ຊາຍຊາວອັງກິດນັ່ງຕັ່ງຄິດປຸ່ມເປົ້າສະຫວັນລອຍຕົວຂຶ້ນສູງກວ່າ 2,438 ແມັດ

ທອມ ເມີແກນ ຊາຍທີ່ມັກໃນການປະຈົນໄພຊາວອັງກິດ ໄວອາຍຸ 38 ປີ ຄົນນີ່ໄດ້ໃຊ້ປຸ່ມເປົ້າກວ່າ 100 ໜ່ວຍ ມັດຕິດກັບຕັ່ງເພື່ອລອຍຕົວຂຶ້ນທ້ອງຟ້າແອຟຣິກາທີ່ມີຄວາມສູງເຖິງ 2,438 ແມັດ ໂດຍສາມາດລອຍໄປໄກເຖິງ 25 ກິໂລແມັດ ເຊິ່ງຄ້າຍກັບສາກໜຶ່ງໃນຮູບເງົາແອນິເມຊັ່ນເລື່ອງ “ຕູ້ຊ່າບ້າພະລັງ” ງານນີ້ຕ້ອງບອກເລີຍວ່າ ມັກພະຈົນໄພຢ່າງດຽວຄົງບໍ່ລອດຕ້ອງັກທ້າທາຍກັບຂອງສູງອີກດ້ວຍ.