ຊາຍຈີນໃນຄລິບອະນາຈານຍັງຫຼົບໜີສ່ວນຜູ້ຮ່ວມຂະບວນການຈັບໄດ້ແລ້ວ

ປກສ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ ອີງຕາມການເປີດເຜີຍຂອງ ພັທ ສາລີ ພຸດທະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງ ປກສ ໃຫ້ຮູ້ກ່ຽວກັບການສອບສວນຄະດີທຳຊຳເລົາ 2 ສາວ ທີ່ເກີດຂຶ້ນວ່າງບໍ່ດົນມານີ້ວ່າ: ໃນວັນທີ 9 ຕຸລາ 2020, ເຈົ້າໜ້າທີ່ຕຳຫຼວດ ໄດ້ເຫັນຄລິບວີດີໂອຈາກເຟສບຸກກ່ຽວກັບຄົນບໍ່ດີ ເຜີຍແຜ່ສິ່ງລາມົກ, ທຳຊຳເລົາ ແລະ ທຳອະນາຈານເດັກ ເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ເກັບກຳຂໍ້ມູນ ແລະ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ.

ຮອດວັນທີ 10 ຕຸລາ 2020, ຈຶ່ງສາມາດຊອກເຫັນ ແລະ ນຳເອົາເດັກຍິງລາວທີ່ຖືກທໍາຊຳເລົາ ແລະ ຖືກທຳອະນາຈານ ຈໍານວນ 2 ຄົນນັ້ນ ມາສໍາພາດເພື່ອຂະຫຍາຍຜົນ, ເຊິ່ງໄດ້ຊັກທອດເຖິງບຸກຄົນທີ່ກະທຳ ຜິດ ຄື: ນາງ ດວງຕາ ເບີກໄຊຍະພູມ ( ຄົນລາວ) ແລະ ຄົນຕ່າງປະເທດ 1 ຄົນ, ເຊິ່ງພວກກ່ຽວທັງສອງໄດ້ເອົາຕົວຫຼົບໜີ ແລະ ສາມາດຈັບຕົວ ນາງ ດວງຕາ ເບີກໄຊຍະພູມ ໄດ້ໃນວັນທີ 18 ຕຸລາ 2020 ມາດຳເນີນຄະດີຕາມກົດໝາຍ.

ຜ່ານການສືບສວນ-ສອບສວນ ນາງ ດວງຕາ ເບີກໄຊຍະພູມ ກໍໄດ້ຮັບສາລະພາບ ວ່າ: ໃນຊ່ວງໄລຍະເດືອນພຶດສະພາ 2020, ຜູ້ກ່ຽວໄດ້ຕິດຕໍ່ເອົາເດັກຍິງທັງ 2 ຄົນ ໄປໃຫ້ຜູ້ ຊາຍຄົນຕ່າງປະເທດ ທຳຊຳເລົາ ແລະ ທຳອານາຈານ ເພື່ອຖ່າຍຄລິບວີດີໂອ ໂດຍແມ່ນຜູ້ກ່ຽວຖ່າຍເອງ; ແຕ່ກ່ອນຈະໄປຖ່າຍວີດີໂອທຳອະນາຈານດັ່ງກ່າວນັ້ນ ຜູ້ກ່ຽວແມ່ນໄດ້ຊື້ເສື້ອຊາວໜຸ່ມ ແລະ ສິ້ນນັກຮຽນໄປພ້ອມ, ເມື່ອຮອດສະຖານທີ່ ຜູ້ກ່ຽວກໍໄດ້ແຕ່ງໜ້າ ແລະ ເປຍຜົມໃຫ້ເດັກຍິງດັ່ງກ່າວ.