ຈູດເຄື່ອງໄຫວ້ວັກຊີນໂຄວິດ-19 ສົ່ງໄປໃຫ້ພີ່ນ້ອງທີ່ເສຍຊີວິດແລ້ວ

0
1298

ພິທີກໍາທີ່ເປັນວັດທະນະທໍາຂອງຈີນທີ່ສືບທອດກັນມາຫຼາຍກວ່າພັນປີ ເຈ້ຍກົງເຕັກ (ເຈ້ຍເງິນເຈ້ຍທອງ) ໃຫ້ພີ່ນ້ອງທີ່ເສຍຊີວິດໄປແລ້ວ ເພື່ອເປັນການເຮັດບຸນ ແລະ ລະນຶກເຖິງ, ຢູ່ທີ່ມາເລເຊຍ ມີພໍ່ຄ້າຄົນໜຶ່ງໄດ້ຄິດຄົ້ນໄອເດຍໃໝ່ໃຫ້ກັບວິກິດໂຄວິດ-19 ລາວໄດ້ເຮັດ ຊຸດວັກຊີນຈາກເຈ້ຍ ເພື່ອໃຫ້ລູກຫຼານສົ່ງໄປໃຫ້ ພໍ່ຕູ້ ແມ່ຕູ້ ທີ່ເສຍຊີວິດໄປແລ້ວ ໃຫ້ປອດໄພຈາກເຊື້ອໂຄວິດ-19.

ທ້າວ ເລມ່ອນ ພໍ່ຄ້າຊາວມາເລເຊຍໄດ້ໃຫ້ສໍາພາດວ່າ ລາວໄດ້ໄອເດຍນີ້ຫຼັງຈາກເຫັນຂ່າວວ່າມີຄົນຈໍານວນຫຼາຍ ທີ່ສູນເສຍຄົນຮັກຈາກວິກິດການລະບາດຂອງພະຍາດໂຄວິດ-19 ນອກຈາກນີ້ ຍັງມີລູກຄ້າຈໍານວນບໍ່ໜ້ອຍທີ່ຮຽກຮ້ອງໃຫ້ເຂົານັ້ນ ເຮັດເຈ້ຍເປັນວັກຊີນ ເພື່ອທີ່ຈະໄດ້ສົ່ງໄປໃຫ້ພີ່ນ້ອງຜູ້ລ່ວງຫຼັບໃຫ້ໄດ້ວັກຊີນ ແລະ ປອດໄພຈາກໂຄວິດ-19.

ຂ້ອຍຫວັງວ່າສິນຄ້າຂອງຂ້ອຍຈະຊ່ວຍໃຫ້ລູກຄ້າສະບາຍໃຈຂຶ້ນ ຄົນຮັກຂອງພວກເຂົາທີ່ເສຍຊີວິດໄປແລ້ວຈະປອດໄພຈາກເຊື້ອພະຍາດໂຄວິດ-19 ເລມ່ອນກ່າວ.

ເລມ່ອນ ເປີດຮ້ານຂາຍເຈ້ຍເຄື່ອງໄຫວ້ມາໄດ້ 7 ປີແລ້ວ ເຊິ່ງກ່ອນໜ້ານີ້ ລາວເຄີຍເຮັດອາຊີບອອກແບບກຣາບຟິກມາກ່ອນ ລາວບອກວ່າ ລາຍໄດ້ຫຼຸດລົງ 10% ເທົ່ານັ້ນຕັ້ງແຕ່ມີການລະບາດຂອງໂຄວິດ-19 ນັ້ນເປັນເພາະລາວມັກສ້າງສັນຊຸດເຈ້ຍໄຫວ້ແບບໃໝ່ໆ ຂຶ້ນມາເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

ທີ່ມາ: thestar.com.my