ຈຸດຈົບສາຍຂີ້ໂວຍວາຍ ຖືກເຈົ້າໜ້າທີ່ຄຸມຕົວຫຼັງອາລະວາດໜັກເທິງເຮືອບິນ

0
2964

ວັນທີ 11 ກໍລະກົດ 2021 ສໍານັກຂ່າວຕ່າງປະເທດໄດ້ເຜີຍແຜ່ພາບຈາກ ແອັບ ຕິ໋ກຕ໋ອກ (Tik Tok) ບັນຊີທີ່ມີຊື່ວ່າ @lol.airee ເຊິ່ງເປັນພາບຜູ້ໂດຍສານຍິງຄົນໜຶ່ງ ຂອງສາຍການບິນອາເມລິກາ ແອລາຍ ຖ້ຽວບິນ 1774 ໄດ້ຖືກສະກ໊ອດພັນປິດປາກໄວ້ ແລະ ມັດຕິດກັບຕັ່ງ ເມື່ອອາທິດທີ່ຜ່ານມາ ຫຼັງຍິງຄົນດັ່ງກ່າວໄດ້ທໍາຮ້າຍຮ່າງກາຍພະນັກງານຕ້ອນຮັບເທິງເຮືອບິນ ແລະ ພະຍາຍາມເປີດປະຕູເຮືອບິນຂະນະທີ່ກໍາລັງບິນຢູ່ເທິງອາກາດ, ລະຫວ່າງນັ້ນລາວກໍຮ້ອງສຽງດັງ ແລະ ພະຍາຍາມເອີ້ນຜູ້ໂດຍສານຄົນອື່ນໆທີ່ຢ່າງຜ່ານໄປມາ.

ເຈົ້າຂອງບັນຊີທີ່ໂພສວິດີໂອດັ່ງກ່າວ ກ່າວວ່າ ເປັນເຫດການທີ່ເກີດຂຶ້ນເທິງຖ້ຽງບິນ ຈາກສະໜາມບິນ ດັນລາສ ຟອດ ໄປຍັງເມືອງ ຊາລອດ ລັດນອດແຄໂຣລາຍນາ ເມື່ອວັນທີ 6 ກໍລະກົດ ທີ່ຜ່ານມາ ຫຼັງຂຶ້ນບິນໄປປະມານ 1 ຊົ່ວໂມງ ກໍໄດ້ເກີດສະຖານນະການຄວາມວຸ້ນວາຍ.

ນັກບິນປະກາດວ່າ ຂໍໃຫ້ຜູ້ໂດຍສານທຸກຄົນຢູ່ກັບພື້ນທີ່ ແລະ ອ້າງວ່າເກີດສະຖານະການບໍ່ດີເທິງເຮືອບິນ ຈາກນັ້ນ ກໍເລີ່ມໄດ້ຍິນສຽງຄົນຮ້ອງອາລະວາດສຽງດັງ.

ພະນັກງານເທິງເຮືອບິນລາຍໜຶ່ງ ເຊິ່ງນັ່ງຕິດກັບຜູ້ໂດຍການອະທິບາຍວ່າ ສັງເກດເຫັນຜູ້ຍິງຄົນໜຶ່ງ ທີ່ເບິ່ງທ່າທາງຄືມີປັນຫາທາງຈິດ ມີອາການອາລະວາດ ແລະ ຮີບຮ້ອນຂໍອອກຈາກເຮືອບິນ ພ້ອມບອກວ່າຢາກລົງຈາກເຮືອບິນດຽວນີ້ ໂດຍຢ່າງໄປທີ່ປະຕູທາງອອກ ຈຶ່ງເຮັດໃຫ້ພະນັກງານນໍາຕົວຂອງຍິງຄົນດັ່ງກ່າວໄປນັ່ງຕັ່ງ ແລະ ເອົາສະກ໋ອດມັດມືປິດປາກລາວໄວ້.

https://www.youtube.com/watch?v=KyR5wB5sbAc

ສາຍການບິນອາເມລິກາ ແອລາຍ ຢືນຢັນວ່າໄດ້ເກີດເຫດການນີ້ຂຶ້ນແທ້, ຍິງຄົນດັ່ງກ່າວ ໄດ້ຈູ່ໂຈມພະນັກງານ ແລະ ໃຊ້ປາກກັດພະນັກງານຕ້ອນຮັບເທິງເຮືອບິນລາຍໜຶ່ງ ຫຼັງຈາກນັ້ນລາວກໍພະຍາຍາມເປີດປະຕູດ້ານໜ້າ ທາງພະນັກງານເລີຍຕ້ອງຄວບຄຸມໂຕໄວ້ເພື່ອຄວາມປອດໄພຂອງຜູ້ໂດຍສານຄົນອື່ນໆ.