ຈີນ-ອາເມຣິກາ ຍິນດີຮ່ວມມືຢູ່ຄຽງຂ້າງກັນໃນໂລກຍຸກໃໝ່

0
682

ວັນທີ 27 ສຳນັກຂ່າວ ຊິນຫົວ ໄດ້ລາຍງານວ່າ: ໃນງານລ້ຽງປະຈຳປີຂອງຄະນະກຳມະທິການແຫ່ງຊາດ ວ່າດ້ວຍຄວາມສຳພັນລະຫວ່າງປະເທດສະຫະລັດອາເມຣິກາ ແລະ ຈີນ ທີ່ມະຫານະຄອນນິວຢອກ ໄດ້ເປີດຈົດໝາຍຂອງທ່ານ ສີ ຈິ້ນຜິງ ປະທານາມິບໍດີຈີນ ທີ່ສົ່ງເຖິງທ່ານ ໂຈ ໄບເດນ ປະທານາທິບໍດີອາເມຣິກາ ລະບຸວ່າ ຈີນຢືນຢັນວ່າ ພ້ອມທີ່ຈະຮ່ວມມືກັບອາເມຣິກາ ໃນການຊອກຫາແນວທາງທີ່ຖືກຕ້ອງ ເພື່ອການຢູ່ຄຽງຂ້າງກັນໃນໂລກຍຸກໃໝ່ ບົນພື້ນຖານຂອງຄວາມເຄົາລົບກັນເຊິ່ງແລະກັນ ການຢູ່ຮ່ວມກັນດ້ວຍຄວາມສັນຕິ ແລະ ການຮ່ວມມືທີ່ເປັນປະໂຫຍດຕໍ່ທັງສອງຝ່າຍ.

ຂະນະທີ່ ໄບເດນ ກ່າວວ່າ ທັງສອງແມ່ນມະຫາອຳນາດທີ່ມີບົດບາດສຳຄັນ ໃນການຮັບມືກັບຄວາມທ້າທາຍໃນໂລກຄື ການປ່ຽນແປງຂອງສະພາບພູມອາກາດ ແລະ ການເສີມສ້າງຄວາມໝັ້ນຄົງດ້ານສາທາລະນະສຸກ ທ່ານ ໄບເດນ ຍັງກ່າວວ່າ ອາເມຣິກາບໍ່ຕ້ອງການສ້າງຄວາມຂັດແຍ່ງກັບຈີນ ເຖິງວ່າອາເມຣິກາຈະບໍ່ເຫັນດີກັບທ່າທີຂອງຈີນ ທີ່ສະແດງປະຕິກິຍາຕໍ່ໄຕ້ຫວັນ.