ຈີນ​ ໄດ້​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ ໃນ​ອິນ​ໂດ​ເນ​ເຊຍ

ຕາມ​ການລາຍງານຈາກສຳນັກຂ່າວຂ່າວ​ຕ່າງປະ​ເທດ ຍີ່ປຸ່ນ​ເປີດ​ເຜີຍ​ການ​ຍື່ນປະມູນ​ກໍ່ສ້າງ​ໂຄ​ງການ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ອິນ​ໂດ​ເນ​ເຊຍ​ ເຊີ່ງແມ່ນ ​ສປ ຈີນ​ ໄດ້​ໂຄງການນີ້​ໄປ​ແທນ.
ຈີນ​ກັບ​ຍີ່ປຸ່ນ​ໄດ້​ແຂ່ງຂັນ​ກັນ​ມາ​ດົນ​ຫຼາຍ​ເດືອນ​ແລ້ວ​ເພື່ອ​ຂໍ​ປະມູນ​ກໍ່ສ້າງ​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ໃໝ່​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ ​ແຕ່​ກໍ່​ໄດ້​ປ່ຽນ​ແຜນ​ໃນ​ຕົ້ນ​ເດືອນ​ກັນຍາ​ທີ່​ຜ່ານ​ມາ​ ໂດຍ​ອ້າງ​ວ່າ​ຕ້ອງການ​​ເລືອກ​ທາງ​ທີ່​ຖືກ​ວ່າ ​ແລະ ຫຼຸດ​ເງື່ອນ​ໄຂ​ລົງ​ໃນ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່​ລະຫວ່າງ​ນະຄອນຫຼວງ​ຈາ​ກາ​ຕາ​ກັບ​ເມືອງ​ບັນ​ດຸ​ງ, ດັ່ງ​ນັ້ນ ​ທັງ​ຈີນ ​ແລະ ຍີ່ປຸ່ນ ​ຈຶ່ງ​ໄດ້​ຍື່ນຂໍ້​ສະ​ເໜີ​ໃໝ່​ແຕ່​ທ່ານ ​ໂຍຊິ​ຮິ​ເດະ ຊິ​ກະ ​ໂຄ​ສົກລັດຖະບານ​ຍີ່ປຸ່ນ​ຖະ​ແຫຼ​ງວ່າ ຜູ້​ແທນ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ແຈ້ງ​ໃນ​ວັນ​ທີ 29 ກັນຍາ​ວ່າ ການ​ຍື່ນຂໍ້​ສະ​ເໜີ​ປະມູນ​ໂຄງການ​ກໍ່ສ້າງ​ຂອງ​ຍີ່ປຸ່ນ​ຖືກ​ປະຕິ​ເສດ​ໄປ​ແລ້ວ ທັງ​ທີ່​ຍີ່ປຸ່ນ​ໄດ້​ຍື່ນຂໍ້​ສະ​ເໜີ​ທີ່​ດີ​ທີ່​ສຸດ​ແຕ່​ຕົວ​ແທນ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ເດີນທາງ​ມາ​ແຈ້ງ​ໃຫ້​ຮູ້​ວ່າ ລັດຖະບານ​ອິນ​ໂດ​ເນ​ເຊຍ​ຍິນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ຈີນ​ຫຼາຍ​ກວ່າ​.
ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ນີ້ ​ຖື​ເປັນ​ສ່ວນ​ສຳຄັນ​ຂອງ​ທ່ານ ​ໂຈ​ໂຄ​ ວິ​ໂດ​ໂດ ປະທາ​ນາທິບໍດີ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໃນ​ການ​ສ້າງ​ລະບົບ​ສາທາລະ​ນູປະ​ໂພ​ກ​ເພີ່ມ​ຫຼາຍ​ຂຶ້ນ ​ເພາະ​ເຂົາ​ເຂົ້າ​ຮັບ​ຕໍາ​ແໜ່​ງຕັ້ງ​ແຕ່​ເດືອນ​ທັນວາ​ປີ​ທີ່​ຜ່ານ​ມາ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ປັບປຸງ​ສາທາລະ​ນູປະ​ໂພ​ກ​ໃຫ້ດີ​ຂຶ້ນ​ທັງ​ຖະໜົນ​ຫົນທາງ, ທາງ​ລົດ​ໄຟ, ​ໄປສະນີ ​ແຕ່​ກໍ​ມີ​ບັນຫາ

912239888bae9ce0fe45e05e15c36cdc_XL