ຈີນເຕືອນໄພໜາວລະດັບສູງສຸດ ຄາດບາງພື້ນທີ່ ອຸນຫະພູມຈະຫລຸດລົງເຖິງ -10 ອົງສາ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພະຈິກຜ່ານມານີ້ວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຈີນ ໄດ້ປະກາດເຕືອນໄພໜາວ ໃນພື້ນທີ່ທາງພາກເໜືອຕອນກາງ ແລະ ພາກຕາເວັນອອກຂອງປະເທດ ລະຫວ່າງວັນຈັນທີ 20 ພະຈິກ ໄປຈົນເຖິງວັນພະຫັດທີ 24 ພະຈິກນີ້ ຊຶ່ງຄາດວ່າຈະມີອຸນຫະພູມຫລຸດລົງ 6-10 ອົງສາ ແລະ ມີຫິມະຕົກໜັກໃນຫລາຍພື້ນທີ່ ໂດຍໄດ້ແຈ້ງເຕືອນໄພໜາວເປັນລະດັບສີຟ້າ ຊຶ່ງເປັນລະດັບສູງສຸດ.

ທັງນີ້ ຄາດວ່າຢູ່ເຂດປົກຄອງຕົນເອງມົງໂກລີ, ນະຄອນຫລວງປັກກິ່ງ, ນະຄອນທຽນຈິນ, ແຂວງເຫີເປິ່ຍ, ແຂວງເຮ່ຍຫລົງຈຽງ, ແຂວງເສສວນ, ແຂວງອານຮຸຍ, ແຂວງຫູເປິ່ຍ ແລະ ແຂວງຫູໜານ ຈະໄດ້ຮັບຜົນກະທົບຈາກສະພາບອາກາດ ທີ່ຫລຸດລົງຢ່າງໄວວາ ຄາດວ່າຫລາຍພື້ນທີ່ ຈະມີອຸນຫະພູມຫລຸດລົງເຫລືອ -10 ອົງສາ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!